• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.
  ທ່ານ ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ (ພາບ: ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ)  

ເນື່ອງ​ໃນ​ໂອ​ກາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ແລະ ເຂົ້າ​ຮ່ວມ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ Shangri-la ໃນ​ວັນ​ທີ 29 ພຶດ​ສະ​ພາ​ຈະ​ມາ​ເຖິງ, ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ​ໄດ້​ມີ​ການ​ແລກ​ປ່ຽນ​ກັບ​ທ່ານ ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ກໍ່​ຄືແງ່​ຫວັງ​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ທ່ານ​ເຈິ່ນ​ເຟືອກ​ແອັງ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​​ສິງ​ກະ​ໂປຈະ​ມາ​ເຖິງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ. ເປັນ​ຄັ້ງ​ທຳ​ອິດ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ຫວຽດ​ນາ​ມ ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ຄຳ​ເຫັນ​ຢູ່​ເຫດ​ການຫຼາຍ​ຝ່າຍ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພາກ​ພື້ນ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la. ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຕີ​ລາ​ຄາ​ສູງ​ຂອງ​ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ ກໍ່​ຄື​ປະ​ຊາ​ຄົມ​ສາ​ກົນ​ຕໍ່ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກຳ​ນົດ 50 ປີ​ຕໍ່​ໄປ​ຂອງ​ການ​ພົວ​ພັນ ຫວຽດ​ນາມ​ ໄທ

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກຳ​ນົດ 50 ປີ​ຕໍ່​ໄປ​ຂອງ​ການ​ພົວ​ພັນ ຫວຽດ​ນາມ​ ໄທ

​ການ​ຢ້ຽມ​ຢາມ​​ຢ່າງ​ເປັນທາງ​ການ​ນີ້​ໄດ້​ສົ່ງ​ສານ​ສຳ​ຄັນ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ ອະ​ນາ​ຄົດ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ໄທ, ເນື່ອງ​ໃນ​ໂອ​ກາດ​ສອງ​ປະ​ເທດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ.

Top