• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ບຸນ​ບ້ານ​ແຊນ ປີ 2024

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 134 ປີ (19 ພຶດສະພາ 1890 – 19 ພຶດສະພາ 2024), ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ບ້ານແຊນ, ຕາແສງ ກິມລຽນ, ເມືອງນາມດານ, ແຂວງ ເງະອານ ໄດ້ໄຂງານບຸນບ້ານແຊນປີ 2024 ຂຶ້ນຢ່າງເປັນທາງການ ແລະ ຈັດລາຍການສະແດງສິລະປະ ທີ່ມີຫົວຂໍ້ວ່າ “ແສງອາທິດ ໃນທ້ອງຟ້າ ຫວຽດ”.
ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ ໄດ້ຢັ້ງຢືນວ່າ ງານບຸນບ້ານແຊນ ໄດ້ຈັດຂຶ້ນໃນເດືອນພຶດສະພາຂອງທຸກໆປີ ແມ່ນການເຄື່ອນໄຫວທາງການເມືອງ, ວັດທະນະທຳທີ່ມີຄວາມໝາຍສຳຄັນ ຕໍ່ຊີວິດຂອງປະຊາຊົນ ແນໃສ່ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ. ບັນດາກິດຈະກຳທີ່ໄດ້ຈັດຂຶ້ນໃນງານບຸນນີ້ ກໍເພື່ອຈຸດປະສົງໂຄສະນາເຜີຍແຜ່ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ, ສືບຕໍ່ຍູ້ແຮງ, ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງເພິ່ນ.

ຈຸດພົ້ນເດັ່ນໃນຄ່ຳຄືນໄຂງານບຸນບ້ານແຊນປີ 2024 ແມ່ນລາຍການສະແດງສິລະປະ “ແສງອາທິດໃນທ້ອງຟ້າ ຫວຽດ”, ໂດຍກະຊວງຕຳຫຼວດ ຫວຽດນາມ ສົມທົບກັບແຂວງ ເງະອານ ຈັດຂຶ້ນ. ລາຍການດັ່ງກ່າວໄດ້ສ້າງຄວາມປະທັບໃຈ ແລະ ຄວາມຮູ້ສຶກອາລົມຈິດຫຼາຍຢ່າງຕໍ່ປະຊາຊົນ ແລະ ແຂກທ່ອງທ່ຽວ.

ງານບຸນປີນີ້ ໄດ້ຈັດຫຼາຍກິດຈະກຳນັບທັງທາງດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ເຊັ່ນ: ງານມະໂຫລານສຽງຂັບບ້ານແຊນ; ລາຍການສະແດງສິລະປະ, ການສະແດງຕຳຫຼວດມ້າເຄື່ອນທີ່ໄວ...

ງານບຸນດັ່ງກ່າວໄດ້ດຳເນີນຮອດວັນທີ 19 ພຶດສະພາຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top