• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​

ກອງປະຊຸມຄັ້ງທີ 48 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ໄຂຂຶ້ນໃນວັນທີ 10 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ.

ກອງປະຊຸມຄັ້ງທີ 48 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ກອງປະຊຸມດຳເນີນໃນ ລະຫວ່າງວັນທີ 10 – 18 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ຈະ ພິຈາລະນາ, ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍ 5 ສະບັບ: ໃນນັ້ນມີ ກົດໝາຍ ປັບປຸງ, ເພີ່ມເຕີມບາງມາດຕາ ຂອງ ກົດໝາຍວ່າດ້ວຍກຳມະບານ; ກົດໝາຍວ່າດ້ວຍປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຄົມມະນາຄົມທາງບົກ (ສະບັບປັບປຸງ), ປະກອບຄຳເຫັນກ່ຽວກັບການປະຕິບັດບາງຂໍ້ກຳນົດຂອງປະມວນກົດໝາຍດຳເນີນຄະດີອາຍາປີ 2015.

ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນໃສ່ບາງຮ່າງມະຕິຕົກລົງຄື: ມະຕິຕົກລົງຂອງສະພາແຫ່ງຊາດວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສປຊ, ມະຕິຕົກລົງຂອງສະພາແຫ່ງຊາດວ່າດ້ວຍການບໍ່ເກັບຄ່າໃບອອກສິດໃຫ້ຂຸດຄົ້ນຊັບພະຍາກອນນ້ຳສຳລັບວິສາຫະກິດຂຸດຄົ້ນນ້ຳເພື່ອຜະລິດ, ດຳເນີນທຸລະກິດໃນປີ 2020…

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top