• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສເສດຖະກິດເຂດທາງທິດຕາເວັນອອກ ຄັ້ງທີ 5 ປີ 2019

      ເວທີປາໄສເສດຖະກິດເຂດທາງທິດຕາເວັນອອກ (EEF) ຄັ້ງທີ 5 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 04 ກັນຍາ, ຢູ່ນະຄອນ Vladivostok, ສະຫະພັນລັດເຊຍ.
       EEF-2019 ດ້ວຍຫົວຂໍ້ຫຼັກແມ່ນ “ຕາເວັນອອກໄກ - ບັນດາການພັດທະນາ” ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 8 ພັນທ່ານ ທີ່ມາຈາກກວ່າ 50 ປະເທດໃນໂລກ. ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ນໍາໜ້າຄະນະໄປເຂົ້າຮ່ວມ.
        ໂຄງການດໍາເນີນງານຂອງ EEF – 2019 ໄດ້ຈັດແບ່ງເປັນ 04 ຫົວຂໍ້ຫຼັກ, ເຊິ່ງລວມມີ: ບັນດາມາດຕະການໃໝ່ຍູ້ໄວການເຕີບໂຕເສດຖະກິດ; ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ; ຕາເວັນອອກໄກ ແລະ ອາຊີປາຊີຟິກ: ພັດທະນາກາລະໂອກາດຮ່ວມມື; ບັນດາມາດຕະການໃໝ່ເພື່ອຍົກສູງຄຸນນະພາບຂອງການດໍາລົງຊີວິດ.
        ໂຄງການເຮັດວຽກຂອງເວທີປາໄສ ລວມມີກວ່າ 50 ລາຍການ, ໃນນັ້ນ, ເຫດການຈຸດສຸມແມ່ນວາລະປະຊຸມຄົບຄະນະຈະຖືກດໍາເນີນໃນວັນທີ 05 ກັນຍາ. ນອກຈາກນັ້ນ, ຢູ່ນອກເວທີປາໄສຈະຈັດຕັ້ງເຫດການແຂ່ງຂັນກິລາ, ສະແດງສິລະປະວັດທະນະທໍານັບຮ້ອຍເຫດການ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top