• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ 2024

ການເຄື່ອນໄຫວນີ້ແມ່ນໂອກາດເພື່ອສືບຕໍ່ເຊີດຊູ, ແນະນຳ, ໂຄສະນາຈຸດຄວາມງາມຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດ ຫວຽດນາມ.
ທີ່ພິທີໄຂ (ພາບ: anninhthudo)

ຕອນຄ່ຳວັນທີ 16 ພະຈິກ, ສັບປະດາມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ ແລະ ງານມະໂຫລານສະແດງສິລະປະຂັບ ແທນ, ພິນ ຕິງ ຊົນເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຄັ້ງທີ 7 ປີ 2024, ໄດ້ໄຂຂຶ້ນຢູ່ບ້ານ ວັດທະນະທຳ- ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ທີ່ ຮ່າໂນ້ຍ. ລາຍການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຂຶ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງແນວໂຮມຊົນເຜົ່າເອກະພາບ ຫວຽດນາມ (18 ພະຈິກ) ແລະ ວັນມໍລະດົກວັດທະນະທຳ ຫວຽດນາມ (23 ພະຈິກ).

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທ່ງລອງ ເນັ້ນໜັກວ່າ, ການເຄື່ອນໄຫວນີ້ແມ່ນໂອກາດເພື່ອສືບຕໍ່ເຊີດຊູ, ແນະນຳ, ໂຄສະນາຈຸດຄວາມງາມຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດ ຫວຽດນາມ. ຜ່ານນັ້ນ, ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນຈາກພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ສືບຕໍ່ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳມະນຸດ, ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ມູນເຊື້ອອູມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຄວາມຮັກຕໍ່ບ້ານເກີດເມືອງນອນຂອງຊາດ ຫວຽດນາມ.

ງານມະໂຫລານໄດ້ດຶງດູດນັກສິລະປິນ, ມະຫາຊົນກວ່າ 400 ຄົນເຂົ້າຮ່ວມສະແດງ, ແນະນຳສິລະປະຂັບ ແທນ, ພິນ ຕິງ; ວາງສະແດງບັນດາຜະລິດຕະພັນວັດທະນະທຳ, ສະແດງການຕ່ຳແຜ່ນແພພື້ນເມືອງ, ໂຄສະນາວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະຂອງບັນດາທ້ອງຖິ່ນ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ສະໜາມຫຼວງນະຄອນ ຮ່ວາບິ່ງ, ແຂວງ ຮ່ວາບິ່ງ, ທ່ານຮອງນາຍົກລັດຖະມົນຕີ ເລແທ່ງລອງ ໄດ້ເຂົ້າຮ່ວມພິທີຕ້ອນຮັບໃບຈັດອັນດັບເຂດປູຊະນີຍະສະຖານລະດັບຊາດພິເສດ ເຂດປູຊະນີຍະສະຖານບູຮານຄະດີ ຖ້ຳຊອມຈ້າຍ, ຫຼັງຄາຫີນ ບ້ານ ແວ່ງ ແລະ ໄຂສັບປະດາວັດທະນະທຳ - ທ່ອງທ່ຽວແຂວງປີ 2024.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top