• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາທ່ອງທ່ຽວ - ວັດທະນະທຳແຂວງ ລາຍເຈົາ ປີ 2022

ຕອນຄ່ຳວັນທີ 15 ເມສາ, ຢູ່ສະໜາມຫຼວງປະຊາຊົນແຂວງ ລາຍເຈົາ ຂອງ ຫວຽດນາມ, ໄດ້ດຳເນີນພິທີໄຂສັບປະດາທ່ອງທ່ຽວ - ວັດທະນະທຳແຂວງ ລາຍເຈົາ ປີ 2022, ດ້ວຍຫົວຂໍ້ “ກັບຄືນຢາມຈອມພູທີ່ໃຫຍ່ໂຕມະໂຫຖານ ແຂວງ ລາຍເຈົາ”.
  ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຮ່າຍີ່  

 ລາຍການສະແດງສິລະປະໄຂສັບປະດາທ່ອງທ່ຽວ - ວັດທະນະທຳແຂວງ ລາຍເຈົາ ໄດ້ວາດພາບເຖິງງານບຸນຕ່າງໆ ເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງວົງຄະນະຊາດ 20 ຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນ; ພ້ອມທັງແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຜະລິດຕະພັນການທ່ອງທ່ຽວຂອງທ້ອງຖິ່ນ. ທ່ານ ເຈິ່ນກວາງຄ໊າງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງລາຍເຈົາໃຫ້ຮູ້ວ່າ:

ສັບປະດາທ່ອງທ່ຽວ - ວັດທະນະທຳ ປີ 2022 ແມ່ນໂອກາດເພື່ອໃຫ້ແຂວງ ລາຍເຈົາ ໄດ້ແນະນຳເຖິງເພື່ອນມິດພາຍໃນປະເທດ ແລະ ສາກົນກ່ຽວກັບທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ແລະ ພິເສດແມ່ນສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມຮັກແພງແຂກຄົນຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້. ນີ້ກໍແມ່ນໂອກາດເພື່ອໃຫ້ວິສາຫະກິດທ່ອງທ່ຽວ, ການບໍລິການທ່ອງທ່ຽວໃນບໍລິເວນແຂວງ ລາຍເຈົາ ຮ່ວມມື, ຮ່ວມສຳພັນກັບວິສາຫະກິດພາຍໃນປະເທດ ແລະ ສາກົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ”.

ໃນພິທີໄຂ ໄດ້ດຳເນີນງານບຸນ Carnaval ຢູ່ຕາມທ້ອງຖະໜົນ ດ້ວຍຫົວຂໍ້ “ກັບຄືນຢາມຈອມພູທີ່ໃຫຍ່ໂຕມະໂຫຖານ ແຂວງ ລາຍເຈົາ ທີ່ຫຼາກຫຼາຍສີສັນ” ດ້ວຍການເຂົ້າຮ່ວມຂອງນັກສະແດງ, ນັກສິລະປິນກວ່າ 500 ຄົນທີ່ມາຈາກ 8 ເມືອງ, ນະຄອນ ໃນບໍລິເວນແຂວງ. ສັບປະດາທ່ອງທ່ຽວ - ວັດທະນະທຳ ແຂວງ ລາຍເຈົາ ປີ 2022 ນີ້ ຈະແກ່ຍາວໄປຮອດວັນທີ 17 ເມສາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top