• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນ​ບຸນ​ລະ​ດູ​ບານ​ໃໝ່​ຕາມ​ຈຸກ 2025 - ເຕົ້າ​ໂຮມ​ສິ່ງ​ສັກ​ສິດ

ດ້ວຍຫົວຂໍ້ “ເຕົ້າໂຮມສິ່ງສັກສິດ” ພິທີໄຂວັນບຸນລະດູບານໃໝ່ຕາມຈຸກ 2025 ໄດ້ດຳເນີນໃນຕອນເຊົ້າວັນທີ 9 ກຸມພາ, ຢູ່ເຂດທ່ອງທ່ຽວແຫ່ງຊາດ ຕາມຈຸກ, ເທດສະບານກິມບາງ, ແຂວງ ຮ່ານາມ.
ພິທີໄຂວັນບຸນລະດູບານໃໝ່ຕາມຈຸກ 2025 (ພາບ: TTXVN)

ໃນສານໄຂວັນບຸນ, ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານສູນກາງພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ ວັນບຸນລະດູບານໃໝ່ຕາມຈຸກໄດ້ຮັບການຈັດຂຶ້ນເປັນປະຈຳໃນທຸກປີຍາມຕົ້ນລະດູບານໃໝ່ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີຂອງຊາວຫວຽດນາມໃນເມື່ອກ່ອນ.

ພິທີໄຂລະດູບານໃໝ່ ຕາມຈຸກ ໄດ້ຈັດຂຶ້ນໃນວັນທີ 12 ເດືອນຈຽງຂອງທຸກປີ ແມ່ນຄວາມລໍຄອຍຂອງປະຊາຊົນ, ສາສະນິກກະຊົນທ້ອງຖິ່ນ, ພ້ອມທັງກໍ່ແມ່ນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ປະກອບສ່ວນແນະນຳ, ໂຄສະນາກ່ຽວກັບພາບພົດຂອງບັນດາຄຸນຄ່າທາງດ້ານວັດທະນະທຳຂອງບ້ານເກີດເມືອງນອນ.

(ແຫຼ່ງຄັດຈາກ VOV)

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 33 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 3+3 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ.

Top