• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ-ລາວ


ລາຍການສະແດງສິລະປະວັດທະນະທຳ ໃນ ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
ເຂດຊາຍແດນ ຫວຽດນາມ-ລາວ. ພາບ: ຫວຽດເກື່ອງ/VNP

      ຕອນຄຳ່ວັນທີ 5 ກໍລະກົດ 2017, ທີ່ນະຄອນ ເຊີນລາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບແຂວງ ເຊີນລາ ຈັດຕັ້ງພິທີໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ-ລາວ ຄັ້ງທີ 2 ປີ 2017. ນີ້ແມ່ນການ ເຄື່ອນໄຫວນອນໃນກອບຂອງການສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດ (5/9/1962-5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2017).
      ເຂົ້າຮ່ວມພິທີໄຂວັນບຸນລວມມີທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ; ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ ລາວ; ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງສອງປະເທດ; ການນຳບັນດາແຂວງຂອງ ສອງປະເທດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ເຊີນລາ.
      ກ່າວປາໄສໃນພິທີ, ທ່ານ ຫງວຽນຫງອກທ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຍົກໃຫ້ເຫັນແຈ້ງວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ ເຕັມໄປ ດ້ວຍຄວາມສາມັກຄີ, ເປັນແບບຢ່າງ, ຊື່ສັດ, ຫາໄດ້ຍາກ,  ແລະ ຄວາມຮັກໄຄ່ຢ່າງເລິກເຊິ່ງ.
      ທ່ານ ຫງວຽນຫງອກທ້ຽນ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວໃນ ຂອບເຂດຂອງວັນບຸນ ໄດ້ຈັດຂຶ້ນຢ່າງຟົດຟື້ນດ້ວຍຫຼາຍເນື້ອໃນຄື: ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການ ທ່ອງທ່ຽວ; ງານວາງສະແດງ, ແນະນຳພາບຖ່າຍກ່ຽວກັບມະນຸດ ແລະ ທ່າແຮງປົ່ມຊ້ອນຂອງ 10 ແຂວງເຂດຊາຍແດນ ຫວຽດນາມ-ລາວ; ລາຍການສະແດງສິລະປະວັດທະນະທຳ ແລະ  ສະແດງຊຸດອາພອນປະຈຳເຜົ່າຂອງສອງປະເທດ ແລະ ອື່ນໆ.
      ວັບບຸນເປັນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຂອງສອງປະເທດ ຫວຽດນາມ-ລາວ ໄດ້ທົບທວນຄືນມູນເຊື້ອປະຕິວັດ, ນຳ້ໃຈສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ. ນີ້ຍັງເປັນໂອກາດເພື່ອແນະນຳ, ໂຄສະນາກ່ຽວກັບທ່າແຮງປົ່ມຊ້ອນ, ທ່າແຮງພັດທະນາ ວັດທະນະທຳ, ກິລາ,​ ທ່ອງທ່ຽວ ແລະ ມໍລະດົກ ວັດທະນະທຳຂອງບັນດາເຜົ່າຢູ່ເຂດຊາຍແດນສອງປະເທດ ຫວຽດນາມ-ລາວ ໃນວິວັດການເຊື່ອມໂຍງ ແລະ ພັດທະນາ.
ປະຕິບັດ: ຫວຽດເກື່ອງ/VNP
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top