• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານແຂ່ງຂັນກິລາ Asian Para Games 2023

ດ້ວຍຫົວຂໍ້ວ່າ “ເຕົ້າໂຮມຫົວໃຈ, ຄວາມໄຝ່ຝັນແສງສະຫວ່າງ” (Hearts Meet, Dreams Shine), ພິທີໄຂງານມະຫາກຳ Asian Para Games 2023 ແກ່ຍາວໃນຕະຫຼອດ 90 ນາທີ ດ້ວຍບັນດາຮູບພາບທີ່ສວຍງາມທີ່ພັນລະນາເຖິງບັນດາປະເພດກິລາໃນງານມະຫາກຳຄັ້ງນີ້.
ພາບປະກອບ

ຕອນຄ່ຳວັນທີ 22 ຕຸລາ, ຢູ່ສະໜາມກິລາ ສູນກິລາ Olympic ຢູ່ນະຄອນ ຫາງໂຈ, ແຂວງ ເຈີຈຽງ, ທ່ານ ດິງເຕ໊ຍຊ໋າງ, ຮອງນາຍົກລັດຖະມົນຕີ ຈີນ ໄດ້ປະກາດໄຂງານມະຫາກຳກິລາຄົນພິການ ອາຊີ ຄັ້ງທີ 4 (Asian Para Games 2023) ຢ່າງເປັນທາງການ.

ດ້ວຍຫົວຂໍ້ວ່າ “ເຕົ້າໂຮມຫົວໃຈ, ຄວາມໄຝ່ຝັນແສງສະຫວ່າງ” (Hearts Meet, Dreams Shine), ພິທີໄຂງານມະຫາກຳ Asian Para Games 2023 ແກ່ຍາວໃນຕະຫຼອດ 90 ນາທີ ດ້ວຍບັນດາຮູບພາບທີ່ສວຍງາມທີ່ພັນລະນາເຖິງບັນດາປະເພດກິລາໃນງານມະຫາກຳຄັ້ງນີ້. ກໍ່ຄືກັນກັບງານມະຫາກຳກິລາ ອາຊີຄັ້ງທີ 19 (ASIAD 2023) ເຊິ່ງໄດ້ຈັດຂຶ້ນຢູ່ຫາງໂຈ, ພິທີໄຂ Asian Para Games 2023 ສືບຕໍ່ສະແດງຄວາມເຊື່ອໝັ້ນຂອງ ຈີນ ຕໍ່ເຕັກໂນໂລຊີດີຈີຕອນ, ສະແດງນ້ຳໃຈ “ປະເອີບໃຈ, ປອງດອງ, ຄວາມຢຶດໝັ້ນ ແລະ ການແບ່ງປັນ”.

ນັກກິລາເກືອບ 3.100 ຄົນທີ່ມາຈາກ 44 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມການແຂ່ງຂັນ ຢູ່ Asian Para Games 2023 ເຊິ່ງໄດ້ຈັດຂຶ້ນໃນວັນທີ 22 – 28 ຕຸລາ.

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top