• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງເຄື່ອງປັ້ນດິນເຜົາ “ສີສັນລະດູບານໃໝ່ 2024”

ເລື່ອງລາວກ່ຽວກັບຫົວຄິດປະດິດສ້າງໂດຍບັນດານັກຈິດຕະກອນປະຕິບັດບັນລຸຜົນສຳເລັດ, ໄດ້ນຳມາເຊິ່ງການພັດທະນາຢ່າງແຮງຂອງສິລະປະມູນເຊື້ອ ເພື່ອແຜ່ລາມອອກ ແລະ ສ້າງເປັນຖັນແຖວໃໝ່ໃຫ້ແກ່ເຄື່ອງປັ້ນດິນເຜົາ ຫວຽດນາມ ພັດທະນາ.
ພິທີໄຂງານວາງສະແດງ (ພາບ:dangcongsan.vn)
ຕອນຄ່ຳວັນທີ 26 ກຸມພາ, ງານວາງສະແດງເຄື່ອງປັ້ນດິນເຜົາ “ລະດູບານໃໝ່ 2024” ໄຂຂຶ້ນຢູ່ ຮ່າໂນ້ຍ. ນະທີ່ນີ້, ໄດ້ນຳຜະລິດຕະພັນ 120 ຢ່າງຂອງນັກສິລະປະກອນ 45 ຄົນເຊິ່ງເປັນສະມາຊິກສະໂມສອນເຄື່ອງປັ້ນດິນເຜົາສິລະປະ - ສະມາຄົມວິຈິດສິນ ຫວຽດນາມ ມາວາງສະແດງ. ທີ່ພິທີໄຂ, ທ່ານ ເລືອງຊວນດວ່ານ, ປະທານສະຄົມວິຈິດສິນ ຫວຽດນາມ ໄດ້ຕີລາຄາບັນດາຜົນງານທີ່ໄດ້ນຳມາວາງສະແດງຄັ້ງນີ້ໂດຍໄດ້ສະແດງບາດກ້າວຫັນປ່ຽນທີ່ສຳຄັນ, ມີຫົວຄິດປະດິດສ້າງ, ໄດ້ນຳມາເຊິ່ງຄວາມມຸ່ງຫວັງໃໝ່ໃຫ້ແກ່ການພັດທະນາຂອງເຄື່ອງປັ້ນດິນເຜົາ ຫວຽດນາມ. ເລື່ອງລາວກ່ຽວກັບຫົວຄິດປະດິດສ້າງໂດຍບັນດານັກຈິດຕະກອນປະຕິບັດບັນລຸຜົນສຳເລັດ, ໄດ້ນຳມາເຊິ່ງການພັດທະນາຢ່າງແຮງຂອງສິລະປະມູນເຊື້ອ ເພື່ອແຜ່ລາມອອກ ແລະ ສ້າງເປັນຖັນແຖວໃໝ່ໃຫ້ແກ່ເຄື່ອງປັ້ນດິນເຜົາ ຫວຽດນາມ ພັດທະນາ. ໃນງານວາງສະແດງ, ຜູ້ຊົມຈະໄດ້ຮັບຊົມບັນດາຜະລິດຕະພັນທີ່ງາມຕາ, ມີລັກສະນະປະດິດຄິດສ້າງກ່ຽວກັບຮູບຮ່າງ ແລະ ມີຄວາມເປັນຫຼາຍຮູບຫຼາຍແບບ.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top