• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງປື້ມທາງອອນລາຍສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບຄະນະໂຄສະນາສຶກສາສູນກາງພັກຈັດພິທີໄຂງານວາງສະແດງປື້ມເນື້ອໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຕາມຮູບການທາງອອນລາຍໃນເວັບໄຊ Book365.vn ດ້ວຍຊື່ລະຫັດເຂົ້າຫາ: TrienlamsachHCM.Book365.vn. 

ໜ້າເວັບໄຊ Book365.vn

ກ່າວຄຳເຫັນໄຂງານວາງສະແດງ, ທ່ານ ຮ່ວາງວີ໋ງບ໋າວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເນັ້ນໜັກວ່າ: ປື້ມຫົວ,  ເອກະສານກ່ວາ 700 ກ່ຽວຂ້ອງເຖິງຊີວິດ ແລະ ພາລະກິດຂອງ ປະທານ ໂຮ່ຈີມິນ; ກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ, ງານວາງສະແດງຈະຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນໃຫ້ ພະນັກງານ, ສະມາຊິກພັກ, ມະຫາຊົນ, ປະກອບສ່ວນສຶກສາມູນເຊື້ອປະຕິວັດ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ; ຢັ້ງຢືນຄວາມເຊື່ອໝັ້ນຂອງປະຊາຊົນສຳລັບພັກ ແລະ ບັນດາປະກອບສ່ວນຂອງຂະແໜງພິມຈຳໜ່າຍໃນພາລະກິດສາສ້າງ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ  ສັງຄົມນິຍົມ.
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top