• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ

ງານວາງະແດງຄັ້ງນີ້ ຢາກແນະນຳ ບັນດາພາບຖ່າຍກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ແກ່ຜູ້ຊົມ ລາວ, ຫວຽດນາມ ແລະ ເພື່ອນມິດສາກົນ
  (ຜູ້ແທນເຂົ້າຮ່ວມງານວາງສະແດງພາບຖ່າຍກ່ຽວກັບການພົວພັນຮ່ວມມື ລາວ - ຫວຽດນາມ)  

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 17 – 19 ກໍລະກົດ 2022, ຕອນບ່າຍວັນທີ 17 ກໍລະກົດ, ທ່ານ ຫວໍວັນເຖື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ສົມໄຊ ສີພັນດອນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລາວ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງພາບຖ່າຍກ່ຽວກັບການພົວພັນຮ່ວມມື ລາວ - ຫວຽດນາມ ຜ່ານແຕ່ລະໄລຍະ.

ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ທອງສາລິດ ມັງໜໍ່ເມກ ໃຫ້ຮູ້ວ່າ, ງານວາງະແດງຄັ້ງນີ້ ຢາກແນະນຳ ບັນດາພາບຖ່າຍກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ແກ່ຜູ້ຊົມ ລາວ, ຫວຽດນາມ ແລະ ເພື່ອນມິດສາກົນ, ຕໍ່ຈາກນັ້ນແມ່ນວິວັດການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນັ້ນແມ່ນຊັບສົມບັດອັນລ້ຳຄ່າ, ມີໜຶ່ງບໍ່ມີສອງ. ນ້ຳໃຈນັ້ນໄດ້ພິສຸດໃຫ້ເຫັນຜ່ານໄລຍະປະຫວັດສາດຂອງ 2 ຊາດ, ເຊິ່ງປະຊາຊົນ 2 ປະເທດໄດ້ເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ.

ງານວາງສະແດງໄດ້ແນະນຳພາບຖ່າຍ, ວັດຖຸບັນ, ປື້ມ, ເອກະສານປະມານ 400 ຢ່າງໃນ 3 ໄລຍະການຮ່ວມມື ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top