• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນເພື່ອສັນຕິພບາບປີ 2026

ຈາກເຂດດິນແດນທີ່ເຈັບປວດຍ້ອນສົງຄາມ, ກວາງຈິ ໃນວັນນີ້ພວມກາຍເປັນສັນຍາລັກຂອງສັນຕິພາບ, ນ້ຳໃຈມິດຕະພາບ ແລະ ຄວາມຄາດຫວັງພັດທະນາ.
  ລາຍການ​ສະ​ແດງ​ສິ​ລະ​ປະໄຂງານບຸນ. (ພາບ: VNA)  

ງານ​ບຸນ​ເພື່​ອ​ສັນ​ຕິ​ພາບ​ປີ 2026 ດ້ວຍ​ຫົວ​ຂໍ້: “ຈາກ​ຄວາມ​ຊົງ​ຈຳ​ໄປເຖິງ​ອະ​ນາ​ຄົດ - ກວາງ​​ຈິ ເພື່ອ​ສັນ​ຕິ​ພາບ” ໄດ້​ໄຂ​ຂຶ້​ນ​ໃນ​ຕອນ​ຄ່ຳ​ວັນ​ທີ 04 ກໍ​ລະ​ກົດ, ຢ​ູ່​ເຂດ​ປູ​ຊະ​ນີ​ຍະ​ສ​ະ​ຖານ​ແຫ່ງ​ຊາດ​ພິ​ເສດ 2 ຟາກ​ແຄມ​ແມ່​ນ້ຳ ຮ່ຽນ​ເລືອງ - ເບັນ​ຫາຍ, ແຂວງ ກວາງ​ຈິ.

ກ່າວ​ຄຳ​ເຫັນ​ໄຂ​ງານ​ບຸນ, ທ່ານ ຫງວຽນ​ວັນ​ທັງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ຈາກ​ເຂດ​ດິນ​ແດນ​ທີ່​ເຈັບ​ປວດ​ຍ້ອນ​ສົງ​ຄາມ, ກວາງ​​ຈິ ໃນ​ວັນ​ນີ້​ພວມ​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ສັນ​ຕິ​ພາບ, ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ກວາງ​ຈິ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພາບ​ພົດ​ຂອງ ຫວຽດ​ນາມ ຮັກ​ຫອມ​ສັນ​ຕິ​ພາບ, ອັດ​ອະ​ດີດ​ຕະ​ການ​ໄວ້ ເພື່ອ​ພ້ອມ​ກັບ​ໂລກ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ອີ​ກ​ດ້ວຍ.

ພິ​ທີ​ໄຂ​ງານ​ບຸນ​ປີນີ້ ລວມ​ມີ 3 ພາກ, ຄື: ກະ​ແສ​ຄວາມ​ຊົງ​ຈຳ, ແສງສະ​ຫວ່າງ​ຂອງ​ສັນ​ຕິ​ພາບ ແລະ ​ໂລກປະສານດົນຕີ, ລາຍ​ການ​ສະ​ແດງ​ສິ​ລະ​ປະ​ມຸ່ງ​ໄປ​ເຖິງ​ການ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ, ເຊື່ອມ​ຕໍ່​ອະ​ດີດ​ຕະ​ການ​ກັບ​ປະ​ຈຸ​ບັນ ແລະ ອະ​ນາ​ຄົດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວໃນ 6 ເດືອນຕົ້ນປີ 2026 ໄດ້ 9 ຕື້ USD

ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວໃນ 6 ເດືອນຕົ້ນປີ 2026 ໄດ້ 9 ຕື້ USD

ດ້ວຍໝາກຜົນດັ່ງກ່າວ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ປະຕິບັດສຳເລັດເກືອບ 50% ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນໃນປີນີ້.

Top