ໃນປະເພດຮູບເງົາ ຫວຽດນາມ ມ່ວນທີ່ສຸດໄດ້ມອບໃຫ້ຮູບເງົາມີຊື່ວ່າ ສູ້ຮົບທາງອາກາດ
ພາຍຫຼັງຈັດຂຶ້ນເປັນເວລາ 1 ອາທິດ, ງານມະໂຫລານຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 4 (DANAFF IV) ໄດ້ປິດລົງໃນວັນທີ 04 ກໍລະກົດ, ຢູ່ຫໍປະຊຸມສາກົນ Ariyana, ນະຄອນ ດ່ານັ້ງ. ທ່ານນາງ ວໍທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມອບລາງວັນ.
ງານມະໂຫລານໄດ້ສ້າງເຂດພົບປະແລກປ່ຽນດ້ານຮູບເງົາທີ່ຟົດຟື້ນ ດ້ວຍຮູບເງົາກວ່າ 100 ເລື່ອງທີ່ໄດ້ຄັດເລືອກຈາກ 30 ປະເທດ ແລະ ເຂດແຄ້ວນ, ໄດ້ສາຍຮູບເງົາເປັນ 200 ຄັ້ງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດກວ່າ 1.000 ຄົນ. ຈຸດໃໝ່ຂອງ DANAFF IV ແມ່ນເລື່ອງເປິດກວ້າງບັນດາການເຄື່ອນໄຫວພັດທະນາອາຊີບຜ່ານລາຍການ DANAFF Talents.
ທີ່ພິທີປິດ, ຄະນະຈັດຕັ້ງໄດ້ມອບລາງວັນຂອງງານມະໂຫລານຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 4 ໃຫ້ບັນດາຮູບເງົາ, ຜູ້ກຳກັບການສະແດງທີ່ມີຜົນງານດີເດັ່ນ. ໃນປະເພດຮູບເງົາ ຫວຽດນາມ ມ່ວນທີ່ສຸດໄດ້ມອບໃຫ້ຮູບເງົາມີຊື່ວ່າ ສູ້ຮົບທາງອາກາດ; ຮູບເງົາ ອາຊີ ມ່ວນທີ່ສຸດມີຊື່ວ່າ Full Plate ຂອງ ອິນເດຍ.
(ແຫຼ່ງຄັດຈາກ VOV)