• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ Ghana ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

ທີ່ການທາບທາມຄວາມເຫັນດ້ານການເມືອງ, ທ່ານຮອງລັດຖະມົນຕີ ເລແອັງຕວັນ ສະເໜີໃຫ້ 2 ຝ່າຍເປີດກວ້າງ ແລະ ເຮັດໃຫ້ບັນດາປະເພດສິນຄ້າສົ່ງອອກ - ນຳເຂົ້າຫຼາກຫຼາຍຂຶ້ນຕື່ມ
  (ພາບປະກອບ)  

ໃນ​ຂອບ​ເຂດ​ການ​ໄປ​ປ​ະ​ຕິ​ບັດ​ງານຢູ່ພາກພື້ນ ອາ​ຟະ​ລິ​ກາ ຕາ​ເວັນ​ຕົກ, ແຕ່​ວັນ​ທີ 02 – 03 ກໍ​ລະ​ກົດ, ທ່ານ ເລ​ແອັງ​ຕວັນ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ Ghana ແລະ ພ້ອມ​ກັບ​ທ່ານ James Gyakye Quayson, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Ghana ເປັນ​ປະ​ທານກອງ​ປ​ະ​ຊຸມ​ຄັ້ງ​ທີ 2 ລະ​ຫວ່າງ 2 ກະ​ຊວງ​ການ​ຕ່າງ​ປະ​ເທດ.

ທີ່​ການ​ທາບ​ທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເລ​ແອັງ​ຕວັນ ສະ​ເໜີ​ໃຫ້ 2 ຝ່າຍ​ເປີດກວ້າງ ແລະ ເຮັດ​ໃຫ້​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ​ຫຼາກຫຼາຍຂຶ້ນ​ຕື່ມ, ສ້າງ​ຕັ້ງ​ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ​ຕະ​ຫຼາດ, ນ​ະ​ໂຍ​ບາຍ, ໂອ​ກາດ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂ​ດ.

ຮອງ​ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ເຫັນ​ດີ​ເປັນເອກພາບຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ຄື: ການ​ປ້ອງ​ກັນ​ຊາດ​ ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ​ບ​ຳ​ລຸງ​ສ້າງ, ໂທ​ລະ​ຄົມ​ມະ​ນາ​ຄົມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, logistics… ໂດຍ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ 2 ປະ​ເທດ, ຮອງ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ລົງ​ນາ​ມ​ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ໃຫ້​ຜູ້​ຖື​ໜັງ​ສື​ຜ່ານ​ແດນ​ທາງການ​ທູດ, ​​ທາງ​ລັດ​ຖະ​ການ.

(ແຫຼ່ງຄັດຈາກ VOV)

ກະກຽມໃຫ້ປີ APEC 2027 ຢ່າງລອບຄອບທີ່ຖ້ວນ

ກະກຽມໃຫ້ປີ APEC 2027 ຢ່າງລອບຄອບທີ່ຖ້ວນ

ບັນດາຫົວໜ່ວຍຕ້ອງຮີບເຮັ່ງສ້າງແຜນການຈັດສູນສື່ມວນຊົນ, ເຂດພັກອາໄສ, ພາຫະນະໄປມາໃຫ້ແກ່ນັກຂ່າວ ແລະ ບັນດາເງື່ອນໄຂຮັບໃຊ້ນັກຂ່າວໃຫ້ສຳເລັດໂດຍໄວ

Top