• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ ທົ່ວປະເທດຄັ້ງທີ XI -2023

ລະດົມນັກອາສາສະໝັກຢ່າງໜ້ອຍສຸດ 8.000 ຄົນຢູ່ບັນດາທ້ອງຖິ່ນ ແມ່ນຊາວໜຸ່ມກາແດງ...
  ພິທີໄຂລາຍການຂະບວນການແດງ (ພາບ:Báo Tin tức)  

ຕອນຄ່ຳວັນທີ 5 ມິຖຸນາ, ຢູ່ແຂວງ ບາກລຽວ, ໄດ້ໄຂການເຄື່ອນໄຫວບໍລິຈາກທົ່ວປະເທດ ຄັ້ງທີ XI - ປີ 2023. ການເຄື່ອນໄຫວຈະຈັດຂຶ້ນໃນເດືອນ ມິຖຸນາ ແລະ ກໍລະກົດ, ຢູ່ 48/63 ແຂວງ, ນະຄອນ, ດ້ວຍເປົ້າໝາຍວາງອອກແມ່ນໂຄສະນາ ແລະ ໃຫ້ຄຳປຶກສາໃຫ້ 1 ລ້ານເທື່ອຄົນກ່ຽວກັບການບໍລິຈາກເລືອດ ແລະ ພະຍາດຂາດເລືອດ, ຄາດຄະເນວ່າຈະໄດ້ຮັບເລືອດຢ່າງໜ້ອຍສຸດ 120.000 ຖົງ; ລະດົມນັກອາສາສະໝັກຢ່າງໜ້ອຍສຸດ 8.000 ຄົນຢູ່ບັນດາທ້ອງຖິ່ນ ແມ່ນຊາວໜຸ່ມກາແດງ ແລະ ນັກອາສາສະໝັກ ເຂົ້າຮ່ວມບັນດາການເຄື່ອນໄຫວ, ເຫດການບໍລິຈາກເລືອດຢູ່ທ້ອງຖິ່ນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຮ່າແທັງ, ຫົວໜ້າສະຖາບັນເລືອດສາດ - ສົ່ງເລືອກສູນກາງ, ຫົວໜ້າຄະນະຈັດຕັ້ງການເຄື່ອນໄຫວບໍລິຈາກເລືອດ ເນັ້ນໜັກວ່າ:

“ແປວໄຟບໍລິຈາກເລືອດໄດ້ດັງຂຶ້ນຢູ່ສະໜາມຫຼວງ ຮູ່ງເວືອງ, ແຂວງ ບາກລຽວ - ເຊິ່ງເປັນດິນແດນໃຕ້ສຸດຂອງປະເທດຊາດ, ທ້ອງຖິ່ນມີມູນເຊື້ອປະຕິວັດ. ຂ້າພະ ເຈົ້າເຊື່ອໝັ້ນວ່າ ແປວໄຟແຫ່ງການກຸສົນຂອງຂະບວນການແດງ ຈະດັງຂຶ້ນ ແລະ ແຜ່ລາມອອກຢ່າງກ້ວາງຂວາງເຖິງທຸກແຖບຖິ່ນຂອງປະເທດຊາດ; ພ້ອມກັບຄວາມເອົາໃຈໃສ່, ການສະໜັບສະໜູນຂອງບັນດາການນຳ, ການປະດິດຄິດສ້າງ, ຄວາມສຸດຈິດສຸດໃຈ ແລະ ຄວາມຮັບຜິດຊອບຂອງຄະນະຊີ້ນຳ ການຂົນຂວາຍບໍລິຈາກເລືອດອາສາສະໝັກບັນດາແຂວງ, ນະຄອນ; ການຮ່ວມແຮງຮ່ວມໃຈຂອງປະຊາຊົນທຸກຂັ້ນຄົນໃນທົ່ວປະເທດ, ແນ່ນອນວ່າ ລາຍການການບໍລິຈາກເລືອດປີນີ້ຈະສືບຕໍ່ບັນລຸຜົນສຳເລັດ, ສ້າງຄວາມປະທັບໃຈ, ນຳມາເຊິ່ງຫຼາຍຄຸນຄ່າເລິກເຊິ່ງໃຫ້ແກ່ວົງຄະນະຍາດ”.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top