• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28

ຕອນເຊົ້າວັນທີ 23 ກັນຍາ, ຢູ່ນະຄອນດ່າໜັງຂອງຫວຽດນາມ ໄດ້ຈັດພິທີໄຂກອງປະຊຸມເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 28. ນີ້ແມ່ນສັນຍາການຄ້າເສລີຄຸນນະພາບສູງ ມຸ່ງໄປເຖິງເປົ້າໝາຍສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ ກັບ 6 ປະເທດ ຄູ່ຮ່ວມມື ເຊິ່ງລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ ຫຼື ຍັງເອີ້ນວ່າ ອາຊຽນ + 6.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: tuoitre.vn)

 ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາຫົວໜ້າຄະນະ ແລະ ນັກເຈລະຈາທັງໝົດຂອງ 16 ປະເທດ ທີ່ເຂົ້າຮ່ວມກອງປະຊຸມເຈລະຈາສັນຍາສະບັບດັ່ງກ່າວ. ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ໂດຍເປັນປະເທດເຈົ້າພາບຈັດກອງປະຊຸມເຈລະຈາຄັ້ງນີ້ ແລະ ແມ່ນປະເທດປະທານອາຊຽນປີ 2020, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ສົມທົບກັບບັນດາປະເທດທັງໝົດ ສູ້ຊົນໃຫ້ບັນລຸເປົ້າໝາຍ ລົງນາມໃນສັນຍາ RCEP ໃນປີ 2020. ທ່ານກ່າວວ່າ:

        “ໃນປີ 2019 ພວກເຮົາ ໄດ້ເຫັນປະຈັກຕາບັນດາຄວາມມານະພະຍາຍາມທີ່ໃຫຍ່ຫຼວງຂອງບັນດາຄະນະເຈລະຈາລັດຖະບານ ກໍຄື ຄະນະເຈລະຈາຂອງບັນດາປະເທດໃນສັນຍາ RCEP ນີ້. ມາຮອດປັດຈຸບັນ, ພວກເຮົາບັນລຸໄດ້ຂໍ້ຕົກລົງສະບັບຕ່າງໆທີ່ສໍາຄັນ ດ້ວຍ 7 ພາກ ແລະ 3 ພາກຜະໝວກ. ຫວັງວ່າ ໃນໄລຍະຈະມາເຖິງ ຈະບັນລຸໄດ້ບັນດາໝາກຜົນຕັ້ງໜ້າທີ່ກ່ຽວຂ້ອງເຖິງການຄ້າຂາຍສິນຄ້າ, ການຄ້າບໍລິການ ແລະ ການລົງທຶນ ຈະສືບຕໍ່ສ້າງຄວາມເຫັນດີເຫັນພ້ອມກັບທຸກປະເທດທີ່ເຂົ້າຮ່ວມ. ກອງປະຊຸມຄັ້ງທີ 28 ນີ້ ແມ່ນໂອກາດສຸດທ້າຍເພື່ອໃຫ້ພວກເຮົາສິ້ນສຸດ ກ່ອນທີ່ການນໍາບັນດາປະເທດຂອງພວກເຮົາຈະມີການພົບປະໃນຕົ້ນປີ 2020”.

        ກອງປະຊຸມເຈລະຈາດັ່ງກ່າວ ຖືກດໍາເນີນໃນລະຫວ່າງວັນທີ 19 – 27 ກັນຍາ 2019 ຢູ່ນະຄອນດ່າໜັງ. ນີ້ແມ່ນກອງປະຊຸມເຈລະຈາສຸດທ້າຍໃນປີນີ້ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ມຸ່ງໄປເຖິງເປົ້າໝາຍສິ້ນສຸດການເຈລະຈາສັນຍາຕາມການຊີ້ນໍາຂອງການນໍາ 16 ປະເທດ RCEP. ສັນຍາສະບັບດັ່ງກ່າວ ຄາດວ່າ ຈະສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ ກັບ 16 ປະເທດເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top