• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາ ຄັ້ງທີ VI: ຫວຽດນາມ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາແບບຍືນຍົງ

      ວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນປັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາ ຄັ້ງທີ VI ດ້ວຍຫົວຂໍ້: “ຫວຽດນາມ ເປັນເຈົ້າການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ”.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ບົດລາຍງານການເມືອງ ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດກ່ຽວກັບສະພາບການຜັນແປຂອງໂລກ, ໃນນັ້ນ ໄດ້ເນັ້ນໜັກເຖິງການຫັນເປັນໂລກາພິວັດ ແລະ ການເຊື່ອມໂຍງສາກົນ ເຖິງວ່າຍັງປະສົບກັບສິ່ງກີດຂວາງຫຼາຍຢ່າງກໍຕາມ ແຕ່ຍັງແມ່ນທ່າອ່ຽງຫຼັກ; ການພັດທະນາແບບຍືນຍົງສືບຕໍ່ແມ່ນທ່າອ່ຽງກວມລວມ. ພ້ອມດຽວກັນນັ້ນ ທ່ານກໍໄດ້ຢັ້ງຢືນກ່ຽວກັບທັດສະນະພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ໂດຍອີງໃສ່ວິທະຍາສາດ ແລະ ເຕັກໂນໂລຢີ, ການປະສົມກົມກຽວລະຫວ່າງເສດຖະກິດກັບວັດທະນະທຳ - ສັງຄົມ; ເປັນເຈົ້າການຍາດແຍ່ງກາລະໂອກາດພັດທະນາໃນສະພາບການໂລກພາຍຫຼັງໂລກລະບາດໂຄວິດ - 19 ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4…
        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ, ໄປຄຽງຄູ່ກັບກາລະໂອກາດ, ຄວາມສະດວກນັ້ນ, ຫວຽດນາມ ກໍຄືປະເທດອື່ນໆໃນໂລກ ຕ່າງກໍປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ຫຼາຍບັນຫາເກີດຂຶ້ນໃໝ່, ຕ້ອງມີການຮັບຮູ້ຢ່າງຖືກຕ້ອງ ແລະ ມີວິທີແກ້ໄຂຢ່າງທັນການ, ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ສ້າງເນື້ອໃນຂອງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າໃຫ້ຈະແຈ້ງ ແລະ ເລິກເຊິ່ງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ກໍຄືທີ່ຕັ້ງບົດບາດຂອງວັດທະນະທຳໃນການພັດທະນາແບບຍືນຍົງ, ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ມີວິທີການສຳຜັດທີ່ເໝາະສົມເພື່ອຕໍ່ສູ່ກັລການກະທຳທີ່ບໍ່ຖືກຕ້ອງຕາມທຳນຽມວັດທະນະທຳໃຫ້ມີປະສິດທິຜົນ; ວາງອອກມາດຕະການແກ້ໄຂສິ່ງທີ່ຍັງຄົງຄ້າງ, ການຂັດແຍ້ງທີ່ເກີດຂຶ້ນໃໝ່ໃຫ້ມີປະສິດທິຜົນ, ຮັບປະກັນການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ, ເສີມຂະຫຍາຍບົດບາດ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top