• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ກ່ຽວກັບວຽກງານສ້າງກົດໝາຍ, ທີ່ສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາກົດໝາຍ 15 ສະບັບ, ມະຕິນິຕິກຳ 3 ສະບັບ, ພ້ອມກັນນັ້ນ, ສະພາແຫ່ງຊາດກໍ່ຈະພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 13 ສະບັບ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)  

ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນບ່າຍວັນທີ 21 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ກ່ຽວກັບວຽກງານສ້າງກົດໝາຍ, ທີ່ສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາກົດໝາຍ 15 ສະບັບ, ມະຕິນິຕິກຳ 3 ສະບັບ, ພ້ອມກັນນັ້ນ, ສະພາແຫ່ງຊາດກໍ່ຈະພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 13 ສະບັບ.

“ນີ້ແມ່ນສະໄໝປະຊຸມທີ່ມີຈຳນວນວຽກງານສ້າງກົດໝາຍຫຼາຍທີ່ສຸດ. ບັນດາຮ່າງກົດໝາຍ, ຮ່າງມະຕິເຊິ່ງສະພາແຫ່ງຊາດພິຈາລະນາໃນສະໄໝປະຊຸມນີ້ກ່ຽວຂ້ອງເຖິງຫຼາຍຂະແໜງ, ຂົງເຂດ ເຊິ່ງໃນຕົວຈິງພວມມີຄວາມຮຽກຮ້ອງຢ່າງຮີບດ່ວນ ແລະ ວິສາຫະກິດຫຼາຍແຫ່ງ ແລະ ຜູ້ມີສິດເລືອກຕັ້ງ, ປະຊາຊົນໃນທົ່ວປະເທດມີຄວາມສົນໃຈ. ຮັບປະກັນວ່າ, ເມື່ອສະພາແຫ່ງຊາດຮັບຮອງເອົາກົດໝາຍ, ມະຕິສະບັບຕ່າງໆແມ່ນຈະບັນລຸຄຸນນະພາບສູງ, ສ້າງເງື່ອນໄຂ ແລະ ໄຫວພິບໃຫ້ແກ່ລັດຖະບານໃນວິວັດການປະຕິບັດກົດໝາຍ”ກ່ຽວກັບການຕິດຕາມກວດກາສູງສຸດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ສະພາແຫ່ງຊາດຈະຮັບຟັງບົດລາຍງານສະຫຼຸບຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ; ພິຈາລະນາບົດລາຍງານການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ; ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ… ສະພາແຫ່ງຊາດພິຈາລະນາດຳເນີນການເລືອກຕັ້ງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ເນື້ອໃນວຽກງານບຸກຄະລາກອນອື່ນໆອີກຈຳນວນໜຶ່ງ.

ທີ່ວາລະໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ເນັ້ນໜັກວ່າ:

“ເພື່ອຕອບສະໜອງຄວາມຮຽກຮ້ອງພັດທະນາຂອງ ຫວຽດນາມ ໃນທົດສະວັດໃໝ່, ຂ້າພະເຈົ້າສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງຢ່າງແຮງ, ໃນນັ້ນ, ສຸມໃສ່ 3 ບັນຫາ. ທີ 1 ແມ່ນ, ປ່ຽນແປງໃໝ່ວຽກງານສ້າງກົດໝາຍ. ທີ 2 ແມ່ນ, ສະພາແຫ່ງຊາດປະຕິບັດພາລະບົດບາດຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດໃຫ້ເປັນຢ່າງດີກວ່າ. ທີ 3 ແມ່ນ, ປ່ຽນແປງໃໝ່ການຈັດຕັ້ງ, ການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນການເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ຍົກສູງຄຸນນະພາບ, ປະສິດທິຜົນການປະຕິບັດໜ້າທີ່, ສິດຂອງສະມາຊິກສະພາແຫ່ງຊາດ.”

ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ຮັບຟັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລາຍງານໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2024; ຮ່າງແຜນການພັດທະນາເສດຖະກິດ - ສັງຄົມປີ 2025.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top