• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.
ພາບໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.

ກອງປະຊຸມເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມີປະລິມານວຽກງານຫຼາຍທີ່ສຸດຂອງອາຍຸການ, ລວມມີ 66 ເນື້ອໃນ, ໃນນັ້ນມີ ຮ່າງກົດໝາຍ 49 ສະບັບ, ຮ່າງມະຕິ 4 ສະບັບ ນອນໃນວຽກງານສ້າງກົດໝາຍ ແລະ 13 ໝວດບັນຫາເສດຖະກິດ - ສັງຄົມ, ງົບປະມານ, ການຕິດຕາມກວດກາ ແລະ ບຸກຄະລາກອນຂັ້ນສູງ. ທີ່ກອງປະຊຸມ, ສະມາຊິກສະພາແຫ່ງຊາດຈະພິຈາລະນາຮ່າງກົດໝາຍຫຼາຍສະບັບນອນໃນບັນດາຂົງເຂດສຳຄັນຈຸດສຸມ, ຄື: ການປ້ອງກັນຄວາມສະຫງົບ - ຕຸລາການ, ເສດຖະກິດ, ການລົງທຶນ, ການສຶກສາ, ວິທະຍາສາດ, ຊີວິດການເປັນຢູ່… ພ້ອມກັນນັ້ນ, ກອງປະຊຸມຄັ້ງນີ້ກໍ່ພິຈາລະນາ, ຕົກລົງເນື້ອໃນບຸກຄະລາກອນຂຶ້ນກັບສິດອຳນາດ, ລວມມີ: ການເລືອກຕັ້ງ, ໃຫ້ສັດຕະຍາບັນ, ການພົ້ນຕຳແໜ່ງຂອງຕຳແໜ່ງຂັ້ນສູງ ລັດຈຳນວນໜຶ່ງໃນກົງຈັກ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:

“ນີ້ແມ່ນວຽກງານສ້າງກົດໝາຍຈຳນວນຫຼາຍທີ່ສຸດໃນປະຫວັດສາດຂອງບັນດາສະໄໝກອງປະຊຸມ, ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ຈິດໃຈສ້ການາງກົດໝາຍຕ້ອງໄປກ່ອນບາດກ້າວໜຶ່ງ, ເປີດທາງໃຫ້ແກ່ນະວັດຕະກຳ, ຖືເອົາຊີວິດ ແລະ ຜົນປະໂຫຍດຂອງປະຊາຊົນເປັນໄມ້ວັດແທກຂອງນະໂຍບາຍ”.

ທີ່ວາລະໄຂໃນຕອນເຊົ້າ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະເໜີບົດລາຍງານສະຫຼຸບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025 ແລະ 5 ປີ 2021 – 2025, ພ້ອມກັບການຄາດຄະເນແຜນການປີ 2026. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະເໜີບົດລາຍງານສັງລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ກ່ອນທີ່ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະລາຍງານວຽກງານອາຍຸການຊຸດທີ 15.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top