• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມທາງໄກທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ ເປັນປະທານກອງປະຊຸມ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກ.
  ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)  

ຕອນເຊົ້າວັນທີ 26 ກຸມພາ, ສະພາເລືອກຕັ້ງແຫ່ງຊາດໄດ້ຈັດກອງປະຊຸມທາງໄກທົ່ວປະເທດ ຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ ເປັນປະທານກອງປະຊຸມ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກ. ປັດຈຸບັນໃນທົ່ວປະເທດ ໄດ້ສ້າງຕັ້ງ 34 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 3.321 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ, 182 ຄະນະເລືອກຕັ້ງສະມາຊິກສະພາແຫ່ງຊາດ, 744 ຄະນະເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ; 22.541 ຄະນະເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງ ແລະ 72.191 ໜ່ວຍເລືອກຕັ້ງ. ກ່າວຄຳເຫນໄຂກອງປະຊຸມ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ:

ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຢັ້ງຢືນກຳລັງຄວາມສາມາດໃນການນຳພາຂອງພັກ, ຜົນສັກສິດຂອງການຄຸ້ມຄອງພາກລັດ ແລະ ປະສິດທິຜົນໃນການເຄື່ອນໄຫວຂອງລະບົບການເມືອງ ໃນສະພາບການ ທີ່ຫາກໍ່ປະຕິບັດສຳເລັດການສັບຊ້ອນກົງຈັກຄືນໃໝ່. ເພາະສະນັ້ນ, ການເລືອກຕັ້ງຄັ້ງນີ້ ໄດ້ກຳນົດແມ່ນໜ້າທີ່ການເມືອງຈຸດສຸມຂອງປີ 2026. ໜ້າທີ່ໄດ້ວາງອອກໃຫ້ແກ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນປັດຈຸບັນແມ່ນຕ້ອງຈັດຕັ້ງວຽກງານກະກຽມໃຫ້ເປັນຢ່າງດີ, ຮັບປະກັນການເລືອກຕັ້ງໃຫ້ປະສົບຜົນສຳເລັດຢ່າງຈົບງາມ, ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ, ປະຢັດ ແລະ ແມ່ນວັນບຸນຂອງປະຊາຊົນໃນທົ່ວປະເທດຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ແນະ​ນຳ​ກ່ຽວ​ກັບ​ງານ​ບຸນ ມວຍ​ປ້ຳ​ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ

ແນະ​ນຳ​ກ່ຽວ​ກັບ​ງານ​ບຸນ ມວຍ​ປ້ຳ​ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ຫວຽດ​ນາມ

ຕາມມູນເຊື້ອ, ມວຍປ້ຳພື້ນເມືອງໄດ້ປະກົດຂຶ້ນແຕ່ສະໄໝເຈົ້າຊີວິດ ຮຸ່ງ, ຕິດພັນກັບຄວາມຕ້ອງການຝືກຝົນສຸຂະພາບຮ່າງກາຍ ແລະ ຄັດເລືອກເອົາຊາວໜຸ່ມຜູ້ທີ່ແຂງແຮງເພື່ອປົກປັກຮັກສາປະເທດຊາດ, ມາຮອດປັດຈຸບັນ, ມີຫຼາຍທ້ອງຖິ່ນ ຍັງຈັດຕັ້ງມວຍປ້ຳເພື່ອຈາລຶກບັນດານັກວິລະຊົນຂອງຊາດຄື ຮາຍບ່າຈຶງ.

Top