ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ ເປັນປະທານກອງປະຊຸມ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກ.
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຕອນເຊົ້າວັນທີ 26 ກຸມພາ, ສະພາເລືອກຕັ້ງແຫ່ງຊາດໄດ້ຈັດກອງປະຊຸມທາງໄກທົ່ວປະເທດ ຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝິ້ນ, ປະທານສະພາເລືອກຕັ້ງແຫ່ງຊາດ ເປັນປະທານກອງປະຊຸມ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກ. ປັດຈຸບັນໃນທົ່ວປະເທດ ໄດ້ສ້າງຕັ້ງ 34 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 3.321 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ, 182 ຄະນະເລືອກຕັ້ງສະມາຊິກສະພາແຫ່ງຊາດ, 744 ຄະນະເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ; 22.541 ຄະນະເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງ ແລະ 72.191 ໜ່ວຍເລືອກຕັ້ງ. ກ່າວຄຳເຫນໄຂກອງປະຊຸມ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ:
ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຢັ້ງຢືນກຳລັງຄວາມສາມາດໃນການນຳພາຂອງພັກ, ຜົນສັກສິດຂອງການຄຸ້ມຄອງພາກລັດ ແລະ ປະສິດທິຜົນໃນການເຄື່ອນໄຫວຂອງລະບົບການເມືອງ ໃນສະພາບການ ທີ່ຫາກໍ່ປະຕິບັດສຳເລັດການສັບຊ້ອນກົງຈັກຄືນໃໝ່. ເພາະສະນັ້ນ, ການເລືອກຕັ້ງຄັ້ງນີ້ ໄດ້ກຳນົດແມ່ນໜ້າທີ່ການເມືອງຈຸດສຸມຂອງປີ 2026. ໜ້າທີ່ໄດ້ວາງອອກໃຫ້ແກ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນປັດຈຸບັນແມ່ນຕ້ອງຈັດຕັ້ງວຽກງານກະກຽມໃຫ້ເປັນຢ່າງດີ, ຮັບປະກັນການເລືອກຕັ້ງໃຫ້ປະສົບຜົນສຳເລັດຢ່າງຈົບງາມ, ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ, ປະຢັດ ແລະ ແມ່ນວັນບຸນຂອງປະຊາຊົນໃນທົ່ວປະເທດຢ່າງແທ້ຈິງ.