• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະໜົນປື້ມບຸນເຕັດ 2026 ຂອງນະຄອນ ໂຮ່ຈີມິນ ສ້າງສະຖິຕິ, ຕ້ອນຮັບແຂກມາຢ້ຽມຊົມກວ່າ 1 ລ້ານເທື່ອຄົນ

ສິ່ງທີ່ໜ້າສົນໃຈແມ່ນບັນດາປື້ມຂາຍດີທີ່ສຸດລວມມີ: ຫວຽດນາມ ສວຍງາມທີ່ສຸດເມື່ອມີຊື່ຂອງປະທານ ໂຮ່ຈີມິນ (ສະບັບພາສາ ອັງກິດ), ຄາວເຍົາໄວຢູ່ອິນດູຈີນ
  ມີແຂກມາຢ້ຽມຊົມຈຳນວນກວ່າ 1 ລ້ານເທື່ອຄົນເຂົ້າຮ່ວມງານບຸນ (ພາບ: NXB Trẻ)  

ງານບຸນຖະໜົນປື້ມບຸນເຕັດປີມະເມຍ 2026 ຢູ່ນະຄອນ ໂຮ່ຈີມິນ ຫາກໍ່ອັດລົງ ໂດຍມີແຂກມາຢ້ຽມຊົມຈຳນວນກວ່າ 1 ລ້ານເທື່ອຄົນ ແລະ ບັນລຸລາຍຮັບເກືອບ 8,2 ຕື້ດົ່ງ (ກວ່າ 310.000 USD). ງານບຸນໄດ້ຈັດຂຶ້ນແຕ່ວັນທີ 15 – 22 ກຸມພາ.

        ໃນເວລາ 8 ມື້ທີ່ເປີດປະຕູ, ມີປື້ມ 17.700 ຫົວຂໍ້ໄດ້ຂາຍອອກ. ສິ່ງທີ່ໜ້າສົນໃຈແມ່ນບັນດາປື້ມຂາຍດີທີ່ສຸດລວມມີ: ຫວຽດນາມ ສວຍງາມທີ່ສຸດເມື່ອມີຊື່ຂອງປະທານ ໂຮ່ຈີມິນ (ສະບັບພາສາ ອັງກິດ), ຄາວເຍົາໄວຢູ່ອິນດູຈີນ, ປະຫວັດສາດ ຫວຽດນາມ ດ້ວຍພາບ (ສະບັບພາສາອັງກິດ ແລະ ຫວຽດນາມ).

        ມີຈຸດຄວາມງາມມະນຸດສະທຳທີ່ສືບຕໍ່ໄດ້ຮັບການຮັກສາໄວ້ ແລະ ມີການປ່ຽນແປງໃໝ່ໃນປີນີ້ແມ່ນ ການເຄື່ອນໄຫວມອບອັງເປົາປື້ມຍາມຕົ້ນລະດູບານໃໝ່. ຢູ່ທັງ 3 ເຂດຂອງງານບຸນ, ມີປື້ມ, ໜັງສືພິມ, ວາລະສານເກືອບ 2.000 ຫົວໄດ້ມອບໃຫ້ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທູດພິເສດຂອງທ່ານ ໂຕເລິມ ໂອ້ລົມສົນທະນາກັບທ່ານ Vladimia Putin, ປະທານາທິບໍດີ ລັດເຊຍ

ທູດພິເສດຂອງທ່ານ ໂຕເລິມ ໂອ້ລົມສົນທະນາກັບທ່ານ Vladimia Putin, ປະທານາທິບໍດີ ລັດເຊຍ

ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ, ຫວຽດນາມ ຈະປະຕິບັດບັນດາບຸລິມະສິດຍຸດທະສາດຢ່າງມີໄຊ, ນຳປະເທດກ້າວເຂົ້າສູ່ສັງກາດບຸກບືນ

Top