• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 8 ຄະນະປະຈຳສະພາແຫ່ງຊາດ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທ​ິ​ກິມ​ເງິນ
ໄດ້​ເປັນ​ປະ​ທານ​ຂອງ​ປະ​ຊຸມ​
(ພາບ: TTXVN)
       ຕອນ​ເຊົ້າ​ວັ​ນ​ທີ 14/03, ຢູ່​​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທ​ິ​ກິມ​ເງິນ ໄດ້​ເປັນ​ປະ​ທານ​ຂອງ​ປະ​ຊຸມ​ຄັ້ງ​ທີ 8 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງ​ວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ: ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເລື່ອງ​ຮັບ​ເອົາ, ປັບ​ປຸງ​ຮ່າງ​ກົດ​ໝາຍ 5 ສະ​ບັບ ເຊິ່ງ​ສະ​ພາ​ແຫ່ງ​ຊາດ​​ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນຄັ້ງ​ທີ 2. ພ້ອ​ມ​ທັງ, ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 4 ສະ​ບັບ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 3 ຈະ​ມາ​ເຖິງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ.
        “ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ສົ່ງ 3 ເນື້ອ​ໃນ​ສູ່ກອງ​ປະ​ຊຸມ​ຄັ້ງ​ທີ 9 ນັ້ນ​ແມ່ນ ເນື້ອ​ໃນ​ກົ​ດໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີ່ມ​ບາງ​ຂໍ້​ມາດ​ຕາ​ຂອງ​ປະ​ມວນ​ກົດໝາຍ​ອາ​ຍາ​ເລກ​ທີ 100 ເພື່ອ​ຄົ້ນ​ຄວ້​າ​ຕື່ມ​ອີກ. ພວກ​ຂ້າ​ພະ​ເຈົ້າ​ພວມ​ຈັດ​ຕ​ັ້ງ​ການ​ຮັບ​ເອົາ​ຄ​ວາມ​ເຫັນ​​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ເຊີນ​ບັນ​ດາ​ນັກ​ຊ່ຽວ​ຊານ​ຄົ້ນ​ຄວ້າ​ຢ່າງ​ລະ​ອຽດ ກ່ອ​ນ​ທີ່​ຈະ​ຍື່ນ​ສະ​ເໜີ. ມີ​ການ​ເຄື່ອນ​ໄຫວ​ໜຶ່ງ​ອີກນັ້ນ​ແມ່ນ, ຕາມ​ທຳ​ມະ​ດາ​ພວກ​ເຮົາ​ຈະ​ຈັດ​ກອງ​ປະ​ຊຸມ​ໃນ​ເດືອນ 03 ນີ້​ເພື່ອ​ໃຫ້​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕອບ​ຄຳ​ຊັກ​ຖາມ, ແຕ່​ຍ້​ອນ​ການ​ປ່ຽນ​ແປງແຜນ​ປະ​ຕິ​​ບັດ​ວຽກ​ງານ, ສະ​ນັ້ນ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ຍ້າຍ​ໄປ​ສ​ູ່​ເດືອນ 04 ຈຶ່ງ​ຈະ​ປະ​ຕິ​ບັດ”.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top