ໃນຈຸດເວລາດັ່ງກ່າວ, ບັນດາລະບົບປ້ອງກັນອາກາດຂອງປະເທດນີ້ ໄດ້ຕີສະກັດ 540 UAV ແລະ ລູກສອນໄຟພາທາງຊັດເຈນ 15 ລູກຂອງ ຢູແກຼນ ທີ່ໂຈມຕີເຂົ້າ ລັດເຊຍ.
(ພາບປະກອບ: REUTERS/Stringer)
ວັນທີ 13 ມິຖຸນາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ກອງທັບປະເທດນີ້ໄດ້ເລັງໃສ່ເປົ້າໝາຍເຊິ່ງແມ່ນບັນດາຮາກຖານພື້ນຖານໂຄງລ່າງດ້ານພະລັງງານ ແລະ ທາງຄົມມະນາຄົມຮັບໃຊ້ກອງທັບ ຢູແກຼນ, ບັນດາເຫດບຸກໂຈມຕີກໍ່ແນໃສ່ເຂດຕັ້ງທັບຊົ່ວຄາວຂອງບັນດາກົມກອງປະກອບອາວຸດ ຢູແກຼນ ແລະ ທະຫານຮັບຈ້າງຊາວຕ່າງປະເທດຢູ່ 142 ຈຸດ. ໃນຈຸດເວລາດັ່ງກ່າວ, ບັນດາລະບົບປ້ອງກັນອາກາດຂອງປະເທດນີ້ ໄດ້ຕີສະກັດ 540 UAV ແລະ ລູກສອນໄຟພາທາງຊັດເຈນ 15 ລູກຂອງ ຢູແກຼນ ທີ່ໂຈມຕີເຂົ້າ ລັດເຊຍ.
ທ່ານ Veniamin Kondratyev, ຜູ້ວ່າການລັດແຂວງ Krasnodar, ໃຫ້ຮູ້ວ່າ ການບຸກໂຈມຕີດ້ວຍ UAV ຈາກ ຢູແກຼນ ໄດ້ເຮັດໃຫ້ 1 ຄົນເສຍຊີວິດ ແລະ 3 ຄົນຮັບບາດເຈັບ.
ສ່ວນຝ່າຍ ຢູແກຼນ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ກໍ່ແຈ້ງໃຫ້ຊາບວ່າ ບັນດາກຳລັງຂອງປະເທດນີ້ໄດ້ບຸກໂຈມຕີຮາກຖານດ້ານການທະຫານ ແລະ ພະລັງງານຈຳນວນໜຶ່ງ ນອນເລິກໃນເຂດດິນແດນ ລັດເຊຍ, ລວມທັງໂຮງງານການທະຫານທີ່ໄດ້ຮັບຖືວ່າ ແມ່ນແຫ່ງສະໜອງເຄື່ອງອາໄຫຼ່ໃຫ້ບັນດາ UAV ແລະ ລູກສອນໄຟປະເພດຕ່າງໆຂອງ ລັດເຊຍ.
(ແຫຼ່ງຄັດຈາກ VOV)