ລາຍການແມ່ນຈຸດພົ້ນເດັ່ນໃນຂອບເຂດເຫດການມີຊື່ດຽວກັນທີ່ໄດ້ຈັດຂຶ້ນເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 78 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ
ຕອນຄ່ຳວັນທີ 13 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດລາຍການສະແດງສິລະປະ “ປະເທດຊາດສະຫງົບສຸກ”. ລາຍການແມ່ນຈຸດພົ້ນເດັ່ນໃນຂອບເຂດເຫດການມີຊື່ດຽວກັນທີ່ໄດ້ຈັດຂຶ້ນເພື່ອຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 78 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, 50 ປີນະຄອນ ໄຊງ່ອນ - ຢາດິ້ງ ປ່ຽນເປັນຊື່ປະທານ ໂຮ່ຈີມິນ ຢ່າງເປັນທາງການ ແລະ 80 ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
ຈຸດພົ້ນເດັ່ນຂອງລາຍການແມ່ນການສະແດງກ່ຽວກັບການເສີມຍຸດທະສາດໃຫ້ແກ່ການປ້ອງກັນຄວາມສະຫງົບທາງພາກໃຕ້ ໃນຊຸມປີຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ. ລາຍການໄດ້ວາດພາບຄືນຮູບພາບພະນັກງານຕຳຫຼວດດີເດັ່ນກວ່າ 11.000 ຄົນໄດ້ຂ້າມພູ ເຈື່ອງເຊີນ ໄປທາງພາກໃຕ້ເພື່ອຕໍ່ສູ້. ບັນດາພະນັກງານປ້ອງກັນຄວາມສະຫງົບໄດ້ຕິດພັນກັບປະຊາຊົນ, ປ້ອງປັນຄວາມປອດໄພໃຫ້ແກ່ບັນດາອົງການສຳຄັນ, ຮັກສາການຕິດຕໍ່ ແລະ ທ່າຮົບຄວາມໝັ້ນຄົງຢູ່ທ່າມກາງພວກສັດຕູ.
(ແຫຼ່ງຄັດຈາກ VOV)