• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 21 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ທ່ານຫົວໜ້າສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ແລະ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລມິງຈີ ຈະຕອບຄຳຊັກຖາມທີ່ກອງປະຊຸມຄັ້ງນີ້.
ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ພາບປະກອບ: TTXVN)

ຕອນເຊົ້າວັນທີ 15 ມີນາ, ຢູ່ຫໍສະພາແຫ່ງຊາດ, ໄດ້ໄຂກອງປະຊຸມຄັ້ງທີ 21 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ. ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດການຊັກຖາມ ແລະ ຕອບຄຳຊັກຖາມກ່ຽວກັບບາງເນື້ອໃນຂຶ້ນກັບຂົງເຂດສານ ແລະ ໄອຍະການ. ທ່ານຫົວໜ້າສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ແລະ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລມິງຈີ ຈະຕອບຄຳຊັກຖາມທີ່ກອງປະຊຸມຄັ້ງນີ້. ທີ່ບັນດາການຊັກຖານ, ລັດຖະມົນຕີບັນດາກະຊວງຄື: ກະຊວງຕຳຫຼວດ, ຍຸຕິທຳ; ຫົວໜ້າອົງການກວດກາລັດຖະບານ ພ້ອມກັນເຂົ້າຮ່ວມການຊັກຖາມ, ອະພິປາຍກ່ຽວກັບບັນຫາທີ່ກ່ຽວຂ້ອງ. ກໍ່ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບາງບັນຫາໃຫຍ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ); ກົດໝາຍວ່າດ້ວຍຊັບພະຍາກອນນ້ຳ (ສະບັບປັບປຸງ)…      

ໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ບັນດາກຳມະການໃນ ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາຄິດຄໍາເຫັນກ່ຽວກັບຄວາມຈໍາເປັນໃນການປະກາດໃຊ້ກົດໝາຍວ່າດ້ວຍຊັບພະຍາກອນນໍ້າ (. ສະບັບປັບປຸງ) ແນໃສ່ຫັນເປັນລະບອບລະບຽບການ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາ ຊັບພະຍາກອນທຳມະຊາດ, ການປັບຕົວເຂົ້າກັບ ການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງໄພທຳມະຊາດ. ຜ່ານການປຶກສາຫາລື, ບັນດາກຳມະການໃນຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີຕໍ່ການປັບປຸງກົດໝາຍວ່າດ້ວຍຊັບພະຍາກອນນ້ຳ, ຕ້ອງສືບຕໍ່ຄົ້ນຄວ້າ, ຊາບຊຶມ ແລະ ຫັນເປັນລະບອບລະບຽບການຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ ແລະ ຄວາມປອດໄພຂອງເຂື່ອນ ແລະ ອ່າງເກັບນ້ຳຮອດປີ 2030, ວິໄສທັດຮອດປີ 2045.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ສະພາບແຫຼ່ງນ້ຳພວມຖືກຊຸດໂຊມຢ່າງໜັກໜ່ວງ. ສະນັ້ນ, ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາຊັບພະຍາກອນນ້ຳ ຄວນເພີ່ມເຕີມຄວາມສຳນຶກ ກ່ຽວກັບການຟື້ນຟູ ແລະ ປົກປັກຮັກສາຊັບພະຍາກອນນ້ຳ, ຫຼື ປົກປັກຮັກສາ ການພັດທະນາຊັບພະຍາກອນນ້ຳ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top