• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຊຸດທີ 13

ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ 10 ເນື້ອໃນຂຶ້ນກັບ 2 ກຸ່ມບັນຫາຍຸດທະສາດ ແລະ ວຽກງານອີກຈຳນວນໜຶ່ງ.

(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ກອງປະຊຸມ)

ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຊຸດທີ 13 ໄຂຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເປັນປະທານ ແລະ ກ່າວໄຂກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບໍລິຫານວາລະໄຂກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ 10 ເນື້ອໃນຂຶ້ນກັບ 2 ກຸ່ມບັນຫາຍຸດທະສາດ ແລະ ວຽກງານອີກຈຳນວນໜຶ່ງ. ທ່ານຊີ້ແຈ້ງວ່າ, ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງຢ່າງມີໄຊແມ່ນເປົ້າໝາຍສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນປີ 2025; ແມ່ນພື້ນຖານເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດ 100 ປີພາຍໃຕ້ການນຳພາຂອງພັກຢ່າງມີໄຊ ແລະ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ.

        “ເປົ້າໝາຍດັ່ງກ່າວຕ້ອງໄດ້ປະຕິບັດດ້ວຍຄວາມຕັດສິນໃຈຢ່າງສູງສຸດ, ຄວາມມານະພະຍາຍາມໃຫຍ່ຫຼວງທີ່ສຸດ, ມີການກະທຳຂ້ຽວຂາດ ດ້ວຍມາດຕະການປະຕິບັດໃຫ້ມີປະສິດທິຜົນ, ຮັບປະກັນຕ້ອງບັນລຸ ແລະ ສູ້ຊົນລືນກາຍບັນດາເປົ້າໝາຍທີ່ໄດ້ວາງອອກ; ນີ້ແມ່ນໜ້າທີ່ຂອງພັກ ຕໍ່ປະຊາຊົນ, ຕໍ່ປະຫວັດສາດອັນສະຫງ່າອົງອາດຂອງຊາດ, ຕໍ່ເພື່ອນມິດສາກົນ; ແມ່ນສິ່ງພິສຸດໃຫ້ເຫັນກຳລັງຄວາມສາມາດນຳພາ, ກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ, ສະນັ້ນ, ຕ້ອງສຸມທຸກແຫຼ່ງກຳລັງ, ມາດຕະການເພື່ອປະຕິບັດສຳເລັດ”.

        ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກແມ່ນວຽກງານສຳຄັນທີ່ສຸດ, ມີຄວາມໝາຍຕັດສິນສຳລັບການປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກຢ່າງມີໄຊ, ເພື່ອນຳປະເທດກ້າວເຂົ້າສູ່ສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ອົບພະຍົບ ແລະ ຊາວຕ່າງດ້າວ ອີຢິບ Badr Abdelatty.

Top