• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 14

ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ພື້ນຖານເສດຖະກິດຢູ່ພາຍໃນປະເທດຍັງຄົງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ


ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 14, ຊຸດທີ 8

(ພາບ:baonghean,vn)

ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ນະຄອນ ວີງ, ແຂວງ ເງະອານ, ໄດ້ໄຂກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 14, ຊຸດທີ 8. ເຂົ້າຮ່ວມກອງປະຊຸມມີທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນໜັກວ່າ: ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ພື້ນຖານເສດຖະກິດຢູ່ພາຍໃນປະເທດຍັງຄົງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ໄປຄຽງຄູ່ກັນນັ້ນ, ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ມີທ່າອ່ຽງສົ່ງຜົນກະທົບບໍ່ດີເຖິງການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ… ກ່ຽວກັບໜ້າທີ່ຂອງແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທງເໝິນ ຖືວ່າ:

        “ແຕ່ນີ້ຮອດທ້າຍປີ, ໜ້າທີ່ຂອງແນວໂຮມແມ່ນຕິດພັນກັບມະຕິ, ແຜນນະໂຍບາຍຂອງພັກ ແລະ ລັດ. ແນວໂຮມໄດ້ເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສ້າງລະບົບການເມືອງ. ເຮັດແນວໃດເພື່ອໃຫ້ແຕ່ນີ້ຮອດທ້າຍປີ, ໄດ້ມີການປະກອບສ່ວນພ້ອມກັບພັກ, ລັດ, ຄະນະພັກຂັ້ນທ້ອງຖິ່ນມີ GDP ທີ່ເຕີບໂຕ 6 ເດືອນຕົ້ນປີ GDP ຂອງພວກເຮົາລື່ນກາຍຄາດໝາຍບັນລຸໄດ້ 7,08%, ຄາດໝາຍຂອງທັງປີແມ່ນ 6,7  6,8%”

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top