• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017”

      ຕອນຄ່ຳວັນທີ 21 ກັນຍາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໄຂ “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017”, ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈກັນເພື່ອປ່ຽນແປງ, ເຊື່ອມຕໍ່ກັບທົ່ວໂລກ”      

(ໝູ່ບ້ານຂອງລາວ ເຂົ້າຮ່ວມ“ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017” )
      ເພື່ອແນໃສ່ເຊີດຊູຄຸນຄ່າເສົາຄ້ຳວັດທະນະທຳ, ເສດຖະກິດຂອງປະຊາຄົມອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (1967 - 2017) ແລະ 22 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (1995 - 2017). “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017”  ຖືກດຳເນີນເປັນເວລາ 4 ວັນ, ດ້ວຍບັນດາລາຍການແນະນຳກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດອາຊຽນ; ບັນດາການເຄື່ອນໄຫວແນະນຳຜະລິດຕະພັນວິສາຫະກິດ, ໂຄສະນາວັດທະນະທຳ, ການທ່ອງທ່ຽວຂອງ 10 ປະເທດສະມາຊິກອາຊຽນ. ບັນດາຜູ້ເຂົ້າຮ່ວມ “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017” ຍັງມີໂອກາດໄດ້ຮັບປະທານບັນດາເຍື່ອງອາຫານທີ່ອຸດົມສົມບູນຂອງບັນດາປະເທດອາຊຽນ ແລະ ເຂົ້າຮ່ວມການລະຫຼິ້ນພື້ນເມືອງ, ເຂົ້າຮ່ວມການຜະລິດບັນດາສິນຄ້າຫັດຖະກຳທີ່ເປັນມູນເຊື້ອຂອງຫວຽດນາມ ແລະ ບັນດາປະເທດອາຊຽນ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top