ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການນຳສອງທ່ານກໍເຫັນດີເປັນເອກະພາບ ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໃນນັ້ນ ມີຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນການປັບປຸງ ແລະ ສ້າງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດກ່ຽວກັບລະບອບລະບຽບການ/ກົນໄກ, ສ້າງແລວນິຕິກຳອັນສະດວກໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນສອງປະເທດຜັນຂະຫຍາຍການຮ່ວມມືຕາມທິດຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການນຳສອງທ່ານ ກໍ່ຕີລາຄາສູງເລື່ອງ ສອງຝ່າຍພວມຕັ້ງໜ້າຄົ້ນຄວ້າຮຽບຮຽງ ແລະ ພິມຈຳໜ່າຍປຶ້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ”; ພ້ອມທັງເຊື່ອໝັ້ນວ່າ ປຶ້ມເຫຼັ້ມນີ້ຈະປະກອບສ່ວນໂຄສະນາຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນສອງປະເທດກ່ຽວກັບການພົວພັນຜູກພັນຢ່າງສະໜິດແໜ້ນ ຫວຽດນາມ - ລາວ.
ສອງຝ່າຍເຫັນດີເພີ່ມທະວີຄວາມສາມັກຄີ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ປຶກສາຫາລື, ສົມທົບກັນສະໜັບສະໜູນຫຼັກໝັ້ນໃນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ສອດຄ່ອງກັບຜົນປະໂຫຍດ, ຄວາມສົນໃຈຂອງແຕ່ລະປະເທດ, ກົມກຽວກັບຫຼັກໝັ້ນລວມຂອງ ອາຊຽນ.
ເນື່ອງໃນໂອກາດນີ້, ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ມີການພົບປະກັບທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ.