ຂ່າວສານ

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ຕອນເຊົ້າວັນທີ 25 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
ບັນຍາກາດການພົບປະ (ພາບ: VOV)

ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການນຳສອງທ່ານກໍເຫັນດີເປັນເອກະພາບ ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໃນນັ້ນ ມີຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນການປັບປຸງ ແລະ ສ້າງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດກ່ຽວກັບລະບອບລະບຽບການ/ກົນໄກ, ສ້າງແລວນິຕິກຳອັນສະດວກໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນສອງປະເທດຜັນຂະຫຍາຍການຮ່ວມມືຕາມທິດຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການນຳສອງທ່ານ ກໍ່ຕີລາຄາສູງເລື່ອງ ສອງຝ່າຍພວມຕັ້ງໜ້າຄົ້ນຄວ້າຮຽບຮຽງ ແລະ ພິມຈຳໜ່າຍປຶ້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ”; ພ້ອມທັງເຊື່ອໝັ້ນວ່າ ປຶ້ມເຫຼັ້ມນີ້ຈະປະກອບສ່ວນໂຄສະນາຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນສອງປະເທດກ່ຽວກັບການພົວພັນຜູກພັນຢ່າງສະໜິດແໜ້ນ ຫວຽດນາມ - ລາວ.

ສອງຝ່າຍເຫັນດີເພີ່ມທະວີຄວາມສາມັກຄີ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ປຶກສາຫາລື, ສົມທົບກັນສະໜັບສະໜູນຫຼັກໝັ້ນໃນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ສອດຄ່ອງກັບຜົນປະໂຫຍດ, ຄວາມສົນໃຈຂອງແຕ່ລະປະເທດ, ກົມກຽວກັບຫຼັກໝັ້ນລວມຂອງ ອາຊຽນ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພົບປະກັບ ທ່ານ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ (ພາບ: VOV)

ເນື່ອງໃນໂອກາດນີ້, ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ມີການພົບປະກັບທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ.


top