• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຊາວຫວຽດນາມ ມີຄວາມປະເອີບໃຈ ທີ່ສຸດ

      ດັດຊະນີຄວາມປະເອີບໃຈຕໍ່ອະນາຄົດຂອງ ຫວຽດນາມ ຖືກຈັດຢູ່ລະດັບສູງສຸດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍ 62 ຄະແນນ, ໃນຂະນະນັ້ນ, ມາເລເຊຍ ຢືນອັນດັບທີ 2 ດ້ວຍ 53 ຄະແນນ.
(ພາບປະກອບ: baodautu.vn)
      ຕາມການຄົ້ນຄວ້າຫຼ້າສຸດຂອງທະນາຄານ United Oversea Bank, ຫວຽດນາມ ແມ່ນປະເທດທີ່ມີຄວາມປະເອີບໃຈທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍດ້ານເສດຖະກິດ - ສັງຄົມ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ບົດລາຍງານຂອງທະນາຄານ United Oversea Bank ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ດັດຊະນີຄວາມປະເອີບໃຈຕໍ່ອະນາຄົດຂອງ ຫວຽດນາມ ຖືກຈັດຢູ່ລະດັບສູງສຸດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍ 62 ຄະແນນ, ໃນຂະນະນັ້ນ, ມາເລເຊຍ ຢືນອັນດັບທີ 2 ດ້ວຍ 53 ຄະແນນ. ອະທິບາຍກ່ຽວກັບໝາກຜົນດັ່ງກ່າວ, ບົດລາຍງານດັ່ງກ່າວ ໄດ້ຍົກອອກການຄາດຄະເນວ່າ ເສດຖະກິດ ຫວຽດນາມ ອາດຈະມີການເຕີບໂຕກວ່າ 7% ໃນປີນີ້, ພ້ອມກັນນັ້ນ, ບົດລາຍງານດັ່ງກ່າວກໍເຕື້ອງເຖິງເລື່ອງ ກະຊວງສາທາລະນະສຸກ ຫວຽດນາມ ສາມາດຜະລິດວັກຊິນກັນພະຍາດໂຄວິດ - 19 ໄດ້ 2 ຊະນິດ. ທັງໝົດເຫຼົ່ານັ້ນ ລ້ວນແຕ່ແມ່ນປັດໄຈປະກອບສ່ວນຍົກສູງຄວາມຫວັງໃນໝູ່ປະຊາຊົນ. ກໍຕາມບົດລາຍງານດັ່ງກ່າວ, ປະຊາຊົນສ່ວນຫຼວງຫຼາຍລ້ວນແຕ່ເຊື່ອໝັ້ນຢ່າງແນວແນ່ວ່າ ຫວຽດນາມ ຈະພັດທະນາຢ່າງວັດທະນາຖາວອນກວ່າອີກ, ຊີວິດຂອງເຂົາເຈົ້າໃນອະນາຄົດ ຈະດີກວ່າ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top