• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

​ນັບ​ແຕ່​ການ​ຜັນ​ຂະ​ຫຍາຍ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ​ 2 ເລກ 7 ທຳ​ອິດ​ຢູ່ Bentiu ໃນ​ປີ 2018, ບັນ​ດາ​ໂຮງ​ໝໍ​ກາງ​ສະ​ໜາມ​ຂອງ ຫວຽດ​ນາມ ສະ​ແດງ​ລັກ​ສະ​ນະ​ເປັນ​ມື​ອາ​ຊີບ, ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ສູງ ແລະ ຈິດ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສຸດ​ຈີດ​ຈຸດ​ໃຈ.
ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ (ພາບ: daibieunhandan)

ພິ​ທີ​ມອບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໃຫ້​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ​ສອງ ເລກ 7 ຂອງ ຫວຽດ​ນາມ ໄດ້​ດຳ​ເນີນ​ໃນ​ວັນ​ທີ 26 ມິ​ຖຸ​ນາ, ຢູ່ Bentiu, ຊູ​ດັງ​ໃຕ້. ຫຼຽນ​ກາ​ໄດ້​ມອບ​ໃຫ້​ບັນ​ດາ​ນາຍ​ທະ​ຫານ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ​ຢູ່​ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ.

ນະ​ທີ່​ນີ້, ທ່ານ​ພົນ​ຈັດ​ຕະ​ວາ Junhui WU ຜູ້​ບັນ​ຊາ​ການ​ກຳ​ລັງ​ຄະ​ນະ​ປະ​ຕິ​ບັດ​ງານ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ສ​ປ​ຊ ຢູ່​ຊູ​ດັງ​ໃຕ້ (UNMISS), ຢັ້ງ​ຢືນ​ນັບ​ແຕ່​ການ​ຜັນ​ຂະ​ຫຍາຍ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ​ 2 ເລກ 7 ທຳ​ອິດ​ຢູ່ Bentiu ໃນ​ປີ 2018, ບັນ​ດາ​ໂຮງ​ໝໍ​ກາງ​ສະ​ໜາມ​ຂອງ ຫວຽດ​ນາມ ສະ​ແດງ​ລັກ​ສະ​ນະ​ເປັນ​ມື​ອາ​ຊີບ, ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ສູງ ແລະ ຈິດ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສຸດ​ຈີດ​ຈຸດ​ໃຈ. ຕີ​ລາ​ຄາ​ສູງ​ບັນ​ດ​າ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ, ທ່ານ ນາຍພົນວາ​ທີ​ Syed Wajahat Hussain NAQVI, ຜູ້​ບັນ​ຊາ​ການ ເຂດ​ພາກ​ເໜືອ UNMISSຢັ້ງ​ຢືນ​ວ່າ:

ໂຮງ​ໝໍ​ກາງ​ສະໜາ​ມ​ຂັ້ນ​ສອງ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ບົດ​ບາດ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ ສ​ປ​ຊ ຢູ່​ຊູ​ດັງ​ໃຕ້. ດ້ວຍ​ລະ​ດັບ​ວິ​ຊາ​ຊີບ​ສູງ ແລະ ຈິດ​ໃຈ​ສຸດ​ຈິດ​ຈຸດ​ໃຈ, ພວກ​ເພື່ອນ​ໄດ້​ສະ​ໜອງ​ການ​ບໍ​ລິ​ການ​ເບິ່ງ​ແຍ​ງ​ດູ​ແລ​ທາງ​ການ​ແພດ​ທີ່​ມີ​ຄຸນ​ນະ​ພາບ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສຸ​ຂະ​ພາບ ແລະ ຄວາມ​ພ້ອມ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທ​ີ່​ຂອງ​ທົ່ວ​ກຳ​ລັງ​ພວມ​ປະ​ຕິ​ບັດ​ງານ​ໃນ​ສະ​ພາບ​ແວດ​ລ້ອມ​ເຕັມ​ໄປ​ດ້ວຍ​ຄວາມ​ສັບ​ສົນ ແລະ ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ບົດ​ບາດ​ຂອງ ຫວຽດ​ນາມ ລື່ນ​ກາຍ​ຜົນ​ສຳ​ເລັດ​ດ້ານ​ວິ​ຊາ​ການ​ແພດ. ບັນ​ດາ​ການ​ປະ​ກອບ​ສ່ວນ​ເຕັມ​ໄປ​ດ້ວຍ​ມະ​ນຸດສະ​ທຳ​ນີ້​ຂອງ ໂຮງ​ໝໍ​ສຳ​ລັບ​ປະ​ຊາ​ຄົມ​ທ້ອງ​ຖິ່ນ ກໍ່​ແມ່ນ​ຂີດ​ໝາຍ​ພົ້ນ​ເດັ່ນ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໜ້າ​ທີ່. ຜ່ານ​ບັນ​ດາ​ລາຍ​ການກວດ, ປິ່ນ​ປົວ​ພະ​ຍາດ, ໜູນ​ຊ່ວຍ​ກຸ່ມ​ຄົນ​ມີ​ຄວາມ​ສ່ຽງ​ສູ​ງ ແລະ ໂຄ​ສະ​ນາ, ສຶກ​ສາ​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ພວກ​ເພື່ອນ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ການ​ເບິ່ງ​ແຍງ​ດູ​ແລ​ດ້ານ​ການ​ແພດ​ເທົ່າ​ນັ້ນ​ຫາກ​ຍັງ​ມອບ​ຄວາມ​ຫວັງ​ ແລະ ນ້ຳ​ໃຈ​ຄວາມ​ຮັກ​ແພງ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ Bentiu ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ເປີດສູນ​ແລກ​ປ່ຽນ​ຄ້າ​ຂາຍ​ກາກ​ບອນ​ທົ່ວ​ປະ​ເທດ

ເປີດສູນ​ແລກ​ປ່ຽນ​ຄ້າ​ຂາຍ​ກາກ​ບອນ​ທົ່ວ​ປະ​ເທດ

ເຫດ​ການ​ນີ້​ຊຸກ​ຍູ້​ການ​ຫັນ​ເປັນ​ສີ​ຂຽວ, ພັດ​ທ​ະ​ນາ​ເສດ​ຖະ​ກິດ ກາ​ກບອນ​ຕ່ຳ ແລະ ສ້າງ​ເຄື່ອງ​ມື​ຕະຫຼາດ​ໜູນ​ຊ່ວຍ​ວິ​ສາ​ຫະ​ຫ​ກິດຕື່ມ​ອີກໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

Top