• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານມະໂຫລານຮູບເງົາອາຊີ ດ່ານັ້ງ ຖືສານທີ່ວ່າ “ຂົວເຊື່ອມຕໍ່ຈາກ ອາຊີ ອອກສູ່ໂລກ”

ງານມະໂຫລານຮູບເງົາຄັ້ງນີ້ໄດ້ຈັດຂຶ້ນແຕ່ວັນທີ 29 ມິຖຸນາ ຮອດວັນທີ 04 ກໍລະກົດ
(ຫວຽດນາມ ສົ່ງຮູບເງົາ 11 ເລື່ອງເຂົ້າຮ່ວມ)

ຕອ​ນ​ຄ່ຳ​ວັນ​ທີ 28 ມິ​ຖຸ​ນາ, ຢູ່​ນະ​ຄອນ ດ່ານັ້ງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່ານັ້ງ ສົມ​ທົບ​ກັບ​ກັບ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຮູບ​ເງົາ ຫວຽດ​ນາມ ໄຂ​ງານ​ມະ​ໂຫລານຮູບ​ເງົາ ອາ​ຊີ ດ່າ​ນັ້ງ ຄັ້ງ​ທີ 4 (DANAFF IV) ດ້ວຍ​ສານ​ທີ່​ວ່າ “ຂົວ​ເຊື່ອມ​ຕໍ່​ຈາກ​ ອາ​ຊີ ອອກ​ສູ່​ໂລກ”. ເຂົ້າ​ຮ່ວມ​ພິ​ທີ​ໄຂ​ມີ​ທ່ານນາງ ຟ້າມ​ທິ​ແທັງ​ຈ່າ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ; ທ່ານ ເລງ​ອັກ​ກວາງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ດ່ານັ້ງ; ການ​ນຳ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ​ສູນ​ກາງ; ການ​ນຳ​ທ້ອງ​ຖິ່ນ; ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ກາ​ນ​ຕ່າງ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ງານ​ມະ​ໂຫລານ​ຮູບ​ເງົາ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 29 ມິ​ຖຸ​ນາ ຮອດ​ວັນ​ທີ 04 ກໍ​ລະ​ກົດ, ດ້ວຍ​ຮູບ​ເງົາ ອາ​ຊີ 13 ເລື່ອງ, ຫວຽດ​ນາມ ສົ່ງ​ຮູບ​ເງົາ 11 ເລື່ອງ​ເຂົ້າ​ຮ່ວມ, ຮູບ​ເງົາ 21 ເລື່ອງ​ຂຶ້ນ​ກັບ​ໂຄງ​ການ​ຮູບ​ເງົາ​ ອາ​ຊີ ຮອບ​ດ້ານ ແລະ ຮູບ​ເງົາ 26 ເລື່ອງ​ໃນ​ໂຄງ​ການ​ຮູບ​ເງົາ ຫວຽດ​ນາມ ມື້ນີ້. ທ່ານ​ນາງ ຫງວຽນ​ທິ​ແອັງ​ທີ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່ານັ້ງ, ຢືນ​ຢັນ​ວ່າ:

“ພວ​ກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຜ່ານ​ງານ​ມະ​ໂຫລານຮູບ​ເງົາ​ອາ​ຊີ ດ່າ​ນັ້ງ ຄັ້ງ​ທີ 4, ດ່ານັ້ງ ຈະ​ສືບ​ຕໍ່​ຢືນ​ຢັນ​ທີ່​ຕັ້ງ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ, ສີ​ລະ​ປະ ແລະ ຮູບ​ເງົາ. ພ້ອມ​ກັນ​ນັ້ນ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ​ຮູບ​ເງົາ ຫວຽດ​ນາມ ຕໍ່​ກັບ​ພາກ​ພື້ນ ແລະ ໂລກ”.

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

​ນັບ​ແຕ່​ການ​ຜັນ​ຂະ​ຫຍາຍ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ​ 2 ເລກ 7 ທຳ​ອິດ​ຢູ່ Bentiu ໃນ​ປີ 2018, ບັນ​ດາ​ໂຮງ​ໝໍ​ກາງ​ສະ​ໜາມ​ຂອງ ຫວຽດ​ນາມ ສະ​ແດງ​ລັກ​ສະ​ນະ​ເປັນ​ມື​ອາ​ຊີບ, ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ສູງ ແລະ ຈິດ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສຸດ​ຈີດ​ຈຸດ​ໃຈ.

Top