ງານມະໂຫລານຮູບເງົາຄັ້ງນີ້ໄດ້ຈັດຂຶ້ນແຕ່ວັນທີ 29 ມິຖຸນາ ຮອດວັນທີ 04 ກໍລະກົດ
(ຫວຽດນາມ ສົ່ງຮູບເງົາ 11 ເລື່ອງເຂົ້າຮ່ວມ)
ຕອນຄ່ຳວັນທີ 28 ມິຖຸນາ, ຢູ່ນະຄອນ ດ່ານັ້ງ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ສົມທົບກັບກັບສະມາຄົມສົ່ງເສີມການພັດທະນາຮູບເງົາ ຫວຽດນາມ ໄຂງານມະໂຫລານຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 4 (DANAFF IV) ດ້ວຍສານທີ່ວ່າ “ຂົວເຊື່ອມຕໍ່ຈາກ ອາຊີ ອອກສູ່ໂລກ”. ເຂົ້າຮ່ວມພິທີໄຂມີທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ; ທ່ານ ເລງອັກກວາງ, ເລຂາຄະນະພັກນະຄອນ ດ່ານັ້ງ; ການນຳບັນດາກະຊວງ, ຄະນະ, ຂະແໜງການສູນກາງ; ການນຳທ້ອງຖິ່ນ; ຜູ້ຕາງໜ້າບັນດາອົງການການຕ່າງປະເທດ, ອົງການຈັດຕັ້ງສາກົນ.
ງານມະໂຫລານຮູບເງົາຄັ້ງນີ້ໄດ້ຈັດຂຶ້ນແຕ່ວັນທີ 29 ມິຖຸນາ ຮອດວັນທີ 04 ກໍລະກົດ, ດ້ວຍຮູບເງົາ ອາຊີ 13 ເລື່ອງ, ຫວຽດນາມ ສົ່ງຮູບເງົາ 11 ເລື່ອງເຂົ້າຮ່ວມ, ຮູບເງົາ 21 ເລື່ອງຂຶ້ນກັບໂຄງການຮູບເງົາ ອາຊີ ຮອບດ້ານ ແລະ ຮູບເງົາ 26 ເລື່ອງໃນໂຄງການຮູບເງົາ ຫວຽດນາມ ມື້ນີ້. ທ່ານນາງ ຫງວຽນທິແອັງທີ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ຢືນຢັນວ່າ:
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຜ່ານງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງທີ 4, ດ່ານັ້ງ ຈະສືບຕໍ່ຢືນຢັນທີ່ຕັ້ງແມ່ນຈຸດນັດພົບຂອງບັນດາເຫດການວັດທະນະທຳ, ສີລະປະ ແລະ ຮູບເງົາ. ພ້ອມກັນນັ້ນ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການເຊື່ອມໂຍງຂອງຮູບເງົາ ຫວຽດນາມ ຕໍ່ກັບພາກພື້ນ ແລະ ໂລກ”.