ນັບແຕ່ການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 7 ທຳອິດຢູ່ Bentiu ໃນປີ 2018, ບັນດາໂຮງໝໍກາງສະໜາມຂອງ ຫວຽດນາມ ສະແດງລັກສະນະເປັນມືອາຊີບ, ຄວາມສາມາດດ້ານວິຊາການສູງ ແລະ ຈິດໃຈປະຕິບັດໜ້າທີ່ຢ່າງສຸດຈີດຈຸດໃຈ.
ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຂອງຫວຽດນາມ ໄດ້ຮັບຫຼຽນກາປົກປັກຮັກສາສັນຕິພາບ ສປຊ (ພາບ: daibieunhandan)
ພິທີມອບຫຼຽນກາປົກປັກຮັກສາສັນຕິພາບ ສປຊ ໃຫ້ໂຮງໝໍກາງສະໜາມຂັ້ນສອງ ເລກ 7 ຂອງ ຫວຽດນາມ ໄດ້ດຳເນີນໃນວັນທີ 26 ມິຖຸນາ, ຢູ່ Bentiu, ຊູດັງໃຕ້. ຫຼຽນກາໄດ້ມອບໃຫ້ບັນດານາຍທະຫານປະຕິບັດສຳເລັດໜ້າທີ່ເປັນຢ່າງດີຢູ່ບັນດາຄະນະປະຕິບັດການປົກປັກຮັກສາສັນຕິພາບຂອງ ສປຊ.
ນະທີ່ນີ້, ທ່ານພົນຈັດຕະວາ Junhui WU ຜູ້ບັນຊາການກຳລັງຄະນະປະຕິບັດງານການປົກປັກຮັກສາສິ່ງແວດລ້ອມ ສປຊ ຢູ່ຊູດັງໃຕ້ (UNMISS), ຢັ້ງຢືນນັບແຕ່ການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 7 ທຳອິດຢູ່ Bentiu ໃນປີ 2018, ບັນດາໂຮງໝໍກາງສະໜາມຂອງ ຫວຽດນາມ ສະແດງລັກສະນະເປັນມືອາຊີບ, ຄວາມສາມາດດ້ານວິຊາການສູງ ແລະ ຈິດໃຈປະຕິບັດໜ້າທີ່ຢ່າງສຸດຈີດຈຸດໃຈ. ຕີລາຄາສູງບັນດາການປະກອບສ່ວນຂອງກຳລັງເສນາຮັກ ຫວຽດນາມ, ທ່ານ ນາຍພົນວາທີ Syed Wajahat Hussain NAQVI, ຜູ້ບັນຊາການ ເຂດພາກເໜືອ UNMISSຢັ້ງຢືນວ່າ:
ໂຮງໝໍກາງສະໜາມຂັ້ນສອງ ຫວຽດນາມ ໄດ້ຢັ້ງຢືນບົດບາດແມ່ນເສົາຄ້ຳສຳຄັນຂອງຄະນະປະຕິບັດງານ ສປຊ ຢູ່ຊູດັງໃຕ້. ດ້ວຍລະດັບວິຊາຊີບສູງ ແລະ ຈິດໃຈສຸດຈິດຈຸດໃຈ, ພວກເພື່ອນໄດ້ສະໜອງການບໍລິການເບິ່ງແຍງດູແລທາງການແພດທີ່ມີຄຸນນະພາບ, ປະກອບສ່ວນຮັບປະກັນສຸຂະພາບ ແລະ ຄວາມພ້ອມໃນການປະຕິບັດໜ້າທີ່ຂອງທົ່ວກຳລັງພວມປະຕິບັດງານໃນສະພາບແວດລ້ອມເຕັມໄປດ້ວຍຄວາມສັບສົນ ແລະ ມີສິ່ງທ້າທາຍຫຼາຍຢ່າງ. ບົດບາດຂອງ ຫວຽດນາມ ລື່ນກາຍຜົນສຳເລັດດ້ານວິຊາການແພດ. ບັນດາການປະກອບສ່ວນເຕັມໄປດ້ວຍມະນຸດສະທຳນີ້ຂອງ ໂຮງໝໍສຳລັບປະຊາຄົມທ້ອງຖິ່ນ ກໍ່ແມ່ນຂີດໝາຍພົ້ນເດັ່ນໃນວິວັດການປະຕິບັດໜ້າທີ່. ຜ່ານບັນດາລາຍການກວດ, ປິ່ນປົວພະຍາດ, ໜູນຊ່ວຍກຸ່ມຄົນມີຄວາມສ່ຽງສູງ ແລະ ໂຄສະນາ, ສຶກສາກ່ຽວກັບການເບິ່ງແຍງດູແລສຸຂະພາບ, ພວກເພື່ອນບໍ່ພຽງແຕ່ນຳມາເຊິ່ງການເບິ່ງແຍງດູແລດ້ານການແພດເທົ່ານັ້ນຫາກຍັງມອບຄວາມຫວັງ ແລະ ນ້ຳໃຈຄວາມຮັກແພງໃຫ້ແກ່ປະຊາຊົນເຂດ Bentiu ອີກດ້ວຍ.