ນັບແຕ່ວັນທີ 09 ກໍລະກົດ, ໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ ຕ້ອນຮັບຄົນເຈັບຢ່າງເປັນທາງການ. ດ້ວຍຖັນແຖວແພດໝໍທີ່ມີຫຼາຍປະສົບການ 400 ຄົນໄດ້ຈັດສົ່ງຈາກຮາກຖານ ຮ່າໂນ້ຍ ພ້ອມກັບລະບົບເຄື່ອງອຸປະກອນທັນສະໄໝ, ໂຮງໝໍໄດ້ຮັບຄວາມຫວັງວ່າຈະຊ່ວຍຫຼຸດຜ່ອນຈຳນວນຄົນເຈັບໃຫ້ແກ່ໂຮງໝໍປິ່ນປົວສາຍສຸດທ້າຍ, ພ້ອມກັນນັ້ນ, ກໍ່ນຳເອົາການບໍລິການການແພດເຕັກນິກສູງເຂົ້າມາໃກ້ກັບປະຊາຊົນຢູ່ທາງທິດໃຕ້ເຂດທົ່ງພຽງແມ່ນ້ຳແດງ ແລະ ບັນດາແຂວງຢູ່ໃກ້ຄຽງຫຼາຍກວ່າອີກ.
ທ່ານຮອງສາດສະດາຈານ, ປະລິນຍາເອກ ເຢືອງດຶກຮຸ່ງ, ອຳນວຍການໂຮງໝໍມິດຕະພາບ ຫວຽດດຶກ, ຢືນຢັນວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ຄຸນນະພາບການບໍລິການສາທາລະນະສຸກຢູ່ສາຂາ ນິງບິ່ງ ຍັງຈະດີກວ່າຮາກຖານຢູ່ ຮ່າໂນ້ຍ ສ່ວນໃດສ່ວນໜຶ່ງ. ເຄື່ອງອຸປະກອນຢູ່ທີ່ນີ້ແມ່ນລຸ້ນໃໝ່, ທັນສະໄໝກວ່າເມື່ອທຽບໃສ່ຮາກຖານ ຮ່າໂນ້ຍ, ເຊິ່ງໄດ້ດຳເນີນການເຄື່ອນໄຫວໂດຍຖັນແຖວແພດໝໍ, ພາລະກອນທີ່ມີປະສົບການຫຼາຍຈາກຮາກຖານ ຮ່າໂນ້ຍ”.
ໂຮງໝໍມິດຕະພາບ ຫວຽດດຶກ ສາຂາ ນິງບິ່ງ ມີຂອບຂະໜາດ 1.000 ຕຽງ, ຊ່ວຍຫຼຸດຜ່ອນລາຍຈ່າຍໃນການໄປມາ, ເວລາລໍຖ້າ ແລະ ຍົກສູງໂອກາດປິ່ນປົວຢ່າງທັນການໃຫ້ແກ່ຄົນເຈັບ.






