• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກ​ລະ​ບາດ Covid – 19: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບ​າດ Covid – 19 ກາຍ​ຕົວ​ເລກ 70.000 ຄົນ ແລະ ມີ ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ເກືອບ 1,3 ລ້ານ​ຄົນ

ຕາມເວັບໄຊສະເພາະການສະຖິຕິ worldometers.info, ໄລ່ຮອດ 22 ໂມງ ວັນທີ 6 ເມສາ (ຕາມເວລາ ຫວຽດນາມ), ໃນທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 1.290.896 ຄົນ ໃນນັ້ນ ມີ ຜູ້ເສຍຊີວິດ ແມ່ນ 70.653 ຄົນ ແລະ ຄົນເຈັບໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 272.155 ຄົນ. ໂລກລະບາດ ໄດ້ກໍ່ຜົນສະທ້ອນເຖິງ 208 ປະເທດ ແລະ ເຂດແຄ້ວນ.


ພະນັກງານການແພດຢູ່ໂຮງໝໍກາງສະໜາມປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid - 19 ຢູ່ ແອດສະເປນ

(ພາບ: AFP/TTXVN)


ອາເມລິກາຍັງຢືນຢູ່ອັນດັບທີ 1 ຂອງ ໂລກກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ດ້ວຍ 338.899 ຄົນ ຖັດຈາກນັ້ນແມ່ນ ແອັດສະປາຍ ດ້ວຍກ່ວາ 135.000 ຄົນ, ອີຕາລີ ເກືອບ 129.000 ຄົນ… ໃນຂະນະນັ້ນ, ອີຕາລີຢັ້ງຢືນວ່າ ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍທີ່ສຸດໃນໂລກດ້ວຍ 15.887 ຄົນ, ຖັດຈາກນັ້ນແມ່ນ ແອັດສະປາຍ ມີ 13.169 ຄົນ, ອາເມລິກາ ດ້ວຍກ່ວາ 10.000ຄົນ.

ສ່ວນຢູ່ ອາບຟຼິກກາ, ສູນຄວບຄຸມ, ປ້ອງກັນ, ສະກັດກັ້ນພະຍາດຕິດແປດ ອາບຟຼິກກາ ໄດ້ປະກາດວ່າ ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຢູ່ທະວີບນີ້ຂຶ້ນເຖິງ 414 ຄົນ.

ໃນສະພາບການຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ມີທ່າອ່ຽງຫຼຸດລົງ, ຫຼາຍປະເທດຢູ່ອີລົບໄດ້ປະກາດວ່າ ຈະໂຍະຍານບັນດາມາດຕະການຈຳກັດ ຫຼືພິຈາລະນາໂຍະຍານບັນດາມາດຕະການແຍກຕົວ ເຊິ່ງໄດ້ຜັນຂະຫຍາຍເພື່ອແນໃສ່ຫຼຸດການແຜ່ລະບາດ ຂອງ ໂລກລະບາດ Covid – 19 ລົງ.

 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top