• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 4,1 ລ້ານຄົນ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 19 ກໍລະກົດ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 191,19 ລ້ານຄົນ, ໃນນັ້ນ ມີກວ່າ 4,1 ລ້ານຄົນ ເສຍຊີວິດ, ໃນນັ້ນ ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີ ແມ່ນຫຼາຍກວ່າ 174,1 ລ້ານຄົນ. ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 440.814 ຄົນ ແລະ ມີ 6.694 ຄົນເສຍຊີວິດ.
ຢູ່ມົດສະກູ, ລັດເຊຍ (ພາບ: THX/TTXVN)
      ດ້ວຍຈຳນວນຜູ້ຕິດເຊື້ອລາຍໃໝ່ 48.161 ຄົນ ທີ່ໄດ້ຮັບການຢັ້ງຢືນໃນວັນທິ 18 ກໍລະກົດ, ປັດຈຸບັນ, ອັງກິດ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອໃໝ່ສູງສຸດໃນ ເອີຣົບ ກໍຄື ໃນໂລກ.
        ຢູ່ ອາຊີ, ອິນໂດເນເຊຍ ແມ່ນປະເທດທີ່ຢັ້ງຢືນມີຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນວັນສູງສຸດໃນພາກພື້ນ, ລະອຽດແມ່ນ 44.721 ຄົນ ແລະ ມີ 1.093 ຄົນ ເສຍຊີວິດ ໃນວັນທີ 18 ກໍລະກົດ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເປັນ 2.877.476 ຄົນ ແລະ ມີ 73.582 ຄົນເສຍຊີວິດ.
        ຢູ່ພາກພື້ນ ອາເມລິກາໃຕ້, ບຣາຊິນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພາຍໃນວັນສູງສຸດ ດ້ວຍ 34.126 ຄົນ ແລະ ມີ 939 ຄົນເສຍຊີວິດ.
        ສ່ວນຢູ່ ຫວຽດນາມ, ຕາມຂ່າວພາກເຊົ້າວັນທີ 19 ກໍລະກົດ ຂອງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ນັບແຕ່ເວລາ 19 ໂມງ 30 ນາທີ ຂອງວັນທີ 18 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 19 ກໍລະກົດ, ຫວຽດນາມ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອຕື່ມອີກ 2.015 ຄົນ, ໃນນັ້ນ, ນະຄອນ ໂຮ່ຈີມິນ ມີຫຼາຍສຸດ ດ້ວຍ 1.535 ຄົນ.  ໄລ່ຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 55.845 ຄົນ, ໃນນັ້ນ ມີ 10.667 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ເກືອບ 4,3 ລ້ານຄົນໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top