• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນຢູ່ ອາເມລິກາ ແລະ ເອີຣົບ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ຮອດເວລາ 1 ໂມງຂອງວັນທີ 19 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້້ຕິດເຊື້ອໂຄວິດ - 19 ເກືອບ 56.600.000 ຄົນ, ໃນນັ້ນ ມີເກືອບ 1.353.900 ຄົນເສຍຊີວິດ.

(ພາບ: THX/TTXVN)
      ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 11.867.176 ຄົນ ແລະ ຜູ້ເສຍຊີວິດ 256.184 ຄົນ. ຄວາມໄວໃນການຕິດແປດຢູ່ປະເທດນີ້ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ ເມື່ອຈຳນວນຜູ້ຕິດເຊື້ອໃນມື້ໜ່ງວັນແມ່ນຫຼາຍກວ່າ 150.000 ຄົນ, ຊ້ຳບໍ່ໜຳບາງມື້ແມ່ນຂຶ້ນເຖິງກວ່າ 180.000 ຄົນ. ເພາະສະນັ້ນ, ວັນທີ 18 ພະຈິກ, ອາເມລິກາ ແລະ ການາດາ ໄດ້ອອກແຈ້ງການແກ່ຍາວບັນດາມາດຕະການຈຳກັດການໄປມາທີ່ບໍ່ຈຳເປັນຜ່ານຊາຍແດນທາງບົກ ລະຫວ່າງ ອາເມລິກາ - ການາດາ ແລະ ເມັກຊີໂກ ຕື່ມອີກ 30 ວັນ.
        ຢູ່ເອີຣົບ, ໃນ 24 ຊົ່ວໂມງຜ່ານມາ, ຝລັ່ງ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 28.383 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ປະເທດນີ້ຂຶ້ນເປັນ 2.065.138 ຄົນ ເຊິ່ງຢືນອັນດັບທີ 4 ໃນໂລກ ແລະ ແຖວໜ້າເອີີຣົບ.  ນອກຈາກຝລັ່ງແລ້ວ, ລັດເຊຍ, ແອັດສະປາຍ, ອັງກິດ, ເຢຍລະມັນ, ອີຕາລີ ສືບຕໍ່ແມ່ນສະຖານທີ່ຮ້ອນເຮັ່ງຢູ່ ເອີຣົບ. ໄລ່ຮອດທ້າຍວັນທີ 18 ພະຈິກ, ເອີຣົບ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 14,6 ລ້ານຄົນ, ເພີ່ມຂຶ້ນເກືອບ 245.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ, ເຊິ່ງກວມເອົາເກືອບ 35% ຈຳນວນຜູ້ຕິດເຊື້ອໃນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top