• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກພະຍາດໄຂ້ເລືອດອອກແຜ່ລະບາດຢ່າງກ້ວາງຂວາງຢູ່ ບາງກອກ ປະເທດ ໄທ

      ວັນທີ 17 ກັນຍາ, ເຈົ້າຄອງນະຄອນ ບັງກອກ ຂອງປະເທດ ໄທ ອັດສະວິນ ຂວັນເມືອງ ໄດ້ປະກາດຄຳສັ່ງເຕືອນໄພໃຫ້ປະຊາຊົນຢູ່ໃນທົ່ວນະຄອນກ່ຽວກັບໂລກພະຍາດໄຂ້ເລືອດອອກ
ເມື່ອໄດ້ຮັບການລາຍງານກ່ຽວກັບເລື່ອງ ມີຜູ້ຖືກຕິດພະຍາດໄຂ້ເລືອດອອກເກືອບ 6.000 ຄົນ ແລະ ມີ 5 ຄົນເສຍຊີວິດໃນນະຄອນນີ້ ນັບແຕ່ຕົ້ນປີມາຮອດປັດຈຸບັນ. ຕາມທ່ານ  ອັດສະວິນ ຂວັນເມືອງ ແລ້ວ, ເພື່ອຮັບມືຕໍ່ໂລກພະຍາດດັ່ງກ່າວ ອຳນາດການປົກຄອງນະຄອນ ໄດ້ເພີ່ມທະວີບັນດາມາດຕະການແນໃສ່ສະກັດກັ້ນໂລກພະຍາດແຜ່ລະບາດ, ໃນນັ້ນ ມີການຊີດຢາຂ້າຍຸ້ງ, ພ້ອມທັງ ຕັກເຕືອນໃຫ້ປະຊາຊົນຍາມໃດກໍ່ຮັກສາອະນາໄມເຮືອນຊານ ແລະ ບັນດາເຂດອ້ອມແອ້ມບ່ອນຢູ່ໃຫ້ສະອາດ, ບໍ່ຖີ້ມຂີ້ເຫຍື່ອຊະຊາຍ, ບໍ່ປະໃຫ້ນ້ຳຄ້າງໄວ້ ແລະ ຮັກສາອະນາໄມລະບົບຄອງເໝືອງໃຫ້ສະອາດ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top