ພັກ, ລັດເຄົາລົບ, ນັບຖືການອຸທິດສ່ວນ, ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ສ້າງເງື່ອນໄຂເພື່ອໃຫ້ນັກທຸລະກິດເສີມຂະຫຍາຍຄວາມສາມາດ, ສ້າງຄວາມຮັ່ງມີຢ່າງຊອບທຳ.
ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ທີ່ການພົບປະ (ພາບ: VNA)
ນີ້ແມ່ນການຢັ້ງຢືນຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ທີ່ການພົບປະກັບບັນດານັກທຸລະກິດດີເດັ່ນ ເນື່ອງໃນວັນນັກທຸລະກິດ ຫວຽດນາມ (13 ຕຸລາ) ໃນຕອນບ່າຍວັນທີ 12 ຕຸລາ, ທີ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ການພົບປະ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຢັ້ງຢືນວ່າ: ພັກ, ລັດ ເຄົາລົບບັນດາຜົນສຳເລັດໃຫຍ່, ບັນດາການປະກອບສ່ວນຂອງກຳລັງນັກທຸລະກິດໃນການຮັກສາການຜະລິດ, ເບິ່ງແຍງດູແລຊາວຜູ້ອອກແຮງງານ, ຮ່ວມແຮງຮ່ວມໃຈປະກອບສ່ວນປົກປ້ອງສະຫວັດດີການສັງຄົມ. ເມື່ອແຈ້ງຂ່າວກ່ຽວກັບ ສະພາບການເສດຖະກິດ - ສັງຄົມ ໃນ 9 ເດືອນຜ່ານມາ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກບັນດາໝາກຜົນຕັ້ງໜ້າທີ່ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງທັງ ລະບົບການເມືອງ, ປະຊາຊົນ, ການຊີ້ນຳ ຢ່າງຂ້ຽວຂາດຂອງລັດຖະບານ ແລະ ການປະກອບສ່ວນຂອງວິສາຫະກິດ, ນັກທຸລະກິດ. ເມື່ອແບ່ງປັນຄວາມຫຍຸ້ງຍາກຂອງບັນດາວິສາຫະກິດ. ທ່ານໂຕເລິມກ່າວວ່າ:
“ລັດຕ້ອງແກ້ໄຂບັນດາສິ່ງທີ່ຍັງຄົງຂ້າງຢ່າງເດັດຂາດ, ປັບປຸງບັນດາບັນຫາຮ້ອນເຮັ່ງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ, ວິສາຫະກິດຕ້ອງເປັນເຈົ້າການປ່ຽນໃໝ່, ບືນຕົວຂຶ້ນ. ຄວາມເຊື່ອໝັ້ນຕ້ອງໄດ້ຮັບການຄູນສ້າງຈາກສອງຝ່າຍ. ລັດປົກປ້ອງສິດຖືກຕ້ອງຕາມກົດໝາຍ, ປະຕິບັດຖືກຕາມຄຳໝັ້ນສັນຍາ, ສ່ວນວິສາຫະກິດລົງທຶນຍາວນານ, ຕ້ອງເຄົາລົບກົດໝາຍ, ແບ່ງປັນຄວາມຮັບຜິດຊອບກັບຜູ້ອອກແຮງງານ ແລະ ວົງຄະນະຍາດ”.
(ແຫຼ່ງຄັດຈາກ VOV)