ຂ່າວສານ

ພັກ, ລັດປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມ ກົດໝາຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ນັກທຸລະກິດສ້າງຄວາມຮັ່ງມີຊອບທຳ

ພັກ, ລັດເຄົາລົບ, ນັບຖືການອຸທິດສ່ວນ, ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ສ້າງເງື່ອນໄຂເພື່ອໃຫ້ນັກທຸລະກິດເສີມຂະຫຍາຍຄວາມສາມາດ, ສ້າງຄວາມຮັ່ງມີຢ່າງຊອບທຳ.
  ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດຫວຽດ​ນາມ ທີ່ການພົບປະ (ພາບ: VNA)  

ນີ້​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດຫວຽດ​ນາມ ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ດີ​ເດັ່ນ ເນື່ອງ​ໃນ​ວັນ​ນັກ​ທຸ​ລະ​ກິດ ຫວຽດ​ນາມ (13 ຕຸ​ລາ​) ໃນ​ຕອນ​ບ່າຍ​ວັນ​ທີ 12 ຕຸ​ລາ​, ທີ່​ຮ່າ​ໂນ້ຍ​.

​ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໄດ້​ຢັ້ງ​ຢືນ​ວ່າ​: ພັກ​, ລັດ ເຄົາ​ລົບ​ບັນ​ດາ​ຜົນ​ສຳ​ເລັດ​ໃຫຍ່​, ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ນັກ​ທຸ​ລະ​ກິດ​ໃນ​ການ​ຮັກ​ສາ​ການ​ຜະ​ລິດ​, ເບິ່ງ​ແຍງ​ດູ​ແລ​ຊາວ​ຜູ້​ອອກ​ແຮງ​ງານ​, ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນ​ປົກ​ປ້ອງ​ສະ​ຫວັດ​ດີ​ການ​ສັງ​ຄົມ​. ເມື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ ໃນ 9 ເດືອນ​ຜ່ານ​ມາ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໄດ້​ເນັ້ນ​ໜັກ​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ​ທີ່​ສະ​ແດງ​​ໃຫ້​ເຫັນຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ ລະ​ບົບ​ການ​ເມືອງ​, ປະ​ຊາ​ຊົນ​, ການ​ຊີ້​ນຳ​​ ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ແລະ ການ​ປະ​ກອບ​ສ່ວນ​ຂອງ​ວິ​ສາ​ຫະ​ກິດ​, ນັກ​ທຸ​ລະ​ກິດ​. ​ເມື່ອ​ແບ່ງ​ປັນ​​ຄວາມ​ຫຍຸ້ງ​ຍາກ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ. ທ່ານໂຕ​ເລິມ​ກ່າວ​ວ່າ​:

“​ລັດ​ຕ້ອງ​ແກ້​ໄຂ​ບັນ​ດາ​ສິ່ງທີ່​ຍັງ​ຄົງ​ຂ້າງ​ຢ່າງ​ເດັດ​ຂາດ​, ປັບ​ປຸງ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ​​ ທີ່ຂຶ້ນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​, ວິ​ສ​າຫະ​ກິດ​ຕ້ອງ​ເປັນ​ເຈົ້າ​ການ​ປ່ຽນ​ໃໝ່​, ບືນ​ຕົວ​ຂຶ້ນ​. ຄວາມ​ເຊື່ອ​ໝັ້ນ​ຕ້ອງ​​ໄດ້​ຮັບ​ການ​ຄູນ​ສ້າງຈາກ​ສອງ​ຝ່າຍ​. ລັດ​ປົກ​ປ້ອງ​ສິດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​, ປະ​ຕິ​ບັດ​ຖືກ​ຕາມ​ຄຳ​ໝັ້ນ​ສັນ​ຍາ​, ສ່ວນ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຍາວ​ນານ​, ຕ້ອງເຄົາ​ລົບ​ກົດ​ໝາຍ​, ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ກັບ​ຜູ້​ອອກ​ແຮງ​ງານ ແລະ ວົງ​ຄະ​ນະ​ຍາດ​”.


top