• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຈີນ ກຳນົດລະດັບສູງໃໝ່ໃຫ້ແກ່ການຮ່ວມມືແທດຈິງ ສອງຝ່າຍ

ໂດຍສືບຕໍ່ການເຄື່ອນໄຫວຢູ່ ປັກກິ່ງ, ປະເທດ ສປ ຈີນ, ຕອນບ່າຍວັນທີ 12 ຕຸລາ, ທ່ານ ເຈິ່ງແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຈລະຈາກັບທ່ານ ຈາວລືວຈີ, ກຳມະການ ຜູ້ປະຈຳການກົມການເມືອງ, ປະທານ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ແລະ ເປັນປະທານຮ່ວມວາລະປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນ ທົ່ວປະເທດ ຈີນ.
  (ພາບປະກອບ: VNA)  
ທີ່​ການ​ເຈລະ​ຈາ​, ທ່ານ ເຈິ່ນ​ແທັງ​ເໝີນ​, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ ຈາວ​ລືວ​ຈີ​, ສະ​ພາ​​ຜູ້​ແທນ​ປະ​ຊາ​ຊົນ ທົ່ວ​ປະ​ເທດຈີນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກຳ​ນົດລະ​ດັບ​ສູງ​ໃໝ່​ສຳ​ລັບ​ການ​ຮ່ວມ​ມືແທ​ດິງ​ສອງ​ຝ່າຍ​, ພິ​ເສດ​ແມ່ນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ໃຫ້ພັດ​ທະ​ນາ​ສົມ​ດຸນ​, ຍືນ​ຍົງ​, ລົງ​ທຶນ​ດ້ວຍຄຸນ​ນະ​ພາບ​ສູງ​, ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ທາງ​ບົກ​, ທັນ​ສະ​ໄໝ​; ຍູ້​ແຮງ​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ​; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທ້ອງ​ຖິ່ນ​, ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​, ການ​ຮ່ວມ​ມື​ສຶກ​ສາ​, ວັດ​ທະ​ນະ​ທຳ​, ການ​ທ່ອງ​ທ່ຽວ​. ພ້ອມ​ທັງ​, ສົມ​ທົບ​ກັນ​ໃນ​ເວ​ທີ​ຫຼາຍ​ຝ່າຍ​ແໜ້ນ​ແຟ້ນ​ກວ່າ​; ພ້ອມ​ກັນ​ຄຸ້ມ​ຄອງ​ຊາຍ​ແດນ​ທາງ​ບົກ ແລະ ຄວບ​ຄຸມ ແລະ ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ ​, ຮັກ​ສາ​ສະ​ຖຽນ​ລະ​ພາບ​, ສັນ​ຕິ​ພາບ​ບົນ​ທະ​ເລໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ​. ສອງ​ຝ່າຍ​ກໍ່​ໄດ້​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ 2 ປະ​ເທດ​ກວ່າ​ອີກ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top