ຂ່າວສານ ຫວຽດນາມ - ຈີນ ກຳນົດລະດັບສູງໃໝ່ໃຫ້ແກ່ການຮ່ວມມືແທດຈິງ ສອງຝ່າຍ 13/10/2026 ໂດຍສືບຕໍ່ການເຄື່ອນໄຫວຢູ່ ປັກກິ່ງ, ປະເທດ ສປ ຈີນ, ຕອນບ່າຍວັນທີ 12 ຕຸລາ, ທ່ານ ເຈິ່ງແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຈລະຈາກັບທ່ານ ຈາວລືວຈີ, ກຳມະການ ຜູ້ປະຈຳການກົມການເມືອງ, ປະທານ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ແລະ ເປັນປະທານຮ່ວມວາລະປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນ ທົ່ວປະເທດ ຈີນ. (ພາບປະກອບ: VNA) ທີ່ການເຈລະຈາ, ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ຈາວລືວຈີ, ສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ໄດ້ເຫັນດີເປັນເອກະພາບກຳນົດລະດັບສູງໃໝ່ສຳລັບການຮ່ວມມືແທດິງສອງຝ່າຍ, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານການຄ້າ ໃຫ້ພັດທະນາສົມດຸນ, ຍືນຍົງ, ລົງທຶນດ້ວຍຄຸນນະພາບສູງ, ເຊື່ອມຕໍ່ທາງລົດໄຟທາງບົກ, ທັນສະໄໝ; ຍູ້ແຮງການຮ່ວມມືວິທະຍາສາດ ເຕັກໂນໂລຊີ; ເພີ່ມທະວີການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືສຶກສາ, ວັດທະນະທຳ, ການທ່ອງທ່ຽວ. ພ້ອມທັງ, ສົມທົບກັນໃນເວທີຫຼາຍຝ່າຍແໜ້ນແຟ້ນກວ່າ; ພ້ອມກັນຄຸ້ມຄອງຊາຍແດນທາງບົກ ແລະ ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນ , ຮັກສາສະຖຽນລະພາບ, ສັນຕິພາບບົນທະເລໃຫ້ມີປະສິດທິຜົນກວ່າ. ສອງຝ່າຍກໍ່ໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງບັນດາອົງການນິຕິບັນຍັດຂອງ 2 ປະເທດກວ່າອີກ.

ໂດຍສືບຕໍ່ການເຄື່ອນໄຫວຢູ່ ປັກກິ່ງ, ປະເທດ ສປ ຈີນ, ຕອນບ່າຍວັນທີ 12 ຕຸລາ, ທ່ານ ເຈິ່ງແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຈລະຈາກັບທ່ານ ຈາວລືວຈີ, ກຳມະການ ຜູ້ປະຈຳການກົມການເມືອງ, ປະທານ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ແລະ ເປັນປະທານຮ່ວມວາລະປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນ ທົ່ວປະເທດ ຈີນ. (ພາບປະກອບ: VNA) ທີ່ການເຈລະຈາ, ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ຈາວລືວຈີ, ສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ໄດ້ເຫັນດີເປັນເອກະພາບກຳນົດລະດັບສູງໃໝ່ສຳລັບການຮ່ວມມືແທດິງສອງຝ່າຍ, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານການຄ້າ ໃຫ້ພັດທະນາສົມດຸນ, ຍືນຍົງ, ລົງທຶນດ້ວຍຄຸນນະພາບສູງ, ເຊື່ອມຕໍ່ທາງລົດໄຟທາງບົກ, ທັນສະໄໝ; ຍູ້ແຮງການຮ່ວມມືວິທະຍາສາດ ເຕັກໂນໂລຊີ; ເພີ່ມທະວີການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືສຶກສາ, ວັດທະນະທຳ, ການທ່ອງທ່ຽວ. ພ້ອມທັງ, ສົມທົບກັນໃນເວທີຫຼາຍຝ່າຍແໜ້ນແຟ້ນກວ່າ; ພ້ອມກັນຄຸ້ມຄອງຊາຍແດນທາງບົກ ແລະ ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນ , ຮັກສາສະຖຽນລະພາບ, ສັນຕິພາບບົນທະເລໃຫ້ມີປະສິດທິຜົນກວ່າ. ສອງຝ່າຍກໍ່ໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງບັນດາອົງການນິຕິບັນຍັດຂອງ 2 ປະເທດກວ່າອີກ.