• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂມຊຳບິກ ຊົມເຊີຍວິສາຫະກິດ ຫວຽດນາມ ເຂົົ້າມາລົງທຶນດຳເນີນທຸລະກິດ

ທີ່ການຕ້ອນຮັບທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ,

ທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario ຕ້ອນຮັບທ່ານ ເລຮຸຍຮ່ວາງ (ພາບ: Vietnam+)

ວັນທີ 04 ກໍລະກົດ, ທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario ຕີລາຄາສູງການໜູນຊ່ວຍຫລາຍດ້ານຂອງ ຫວຽດນາມ ທີ່ສະຫງວນໃຫ້ ໂມຊຳບິກ ໃນຫລາຍປີຜ່ານມາ; ຊົມເຊີຍບັນດາຜົນງານປ່ຽນແປງໃໝ່ຂອງ ຫວຽດນາມ, ພິເສດ ແມ່ນວິວັດການປ່ຽນແປງໃໝ່ການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສົ່ງນັກຊ່ຽວຊານກ່ຽວກັບດ້ານກະສິກຳ, ສາທາລະນະສຸກ, ການສຶກສາ ເພື່ອແບ່ງປັນບົດຮຽນ ຊ່ວຍໂມຊຳບິກ ພັດທະນາເສດຖະກິດສັງຄົມ.

        ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ກໍ່ຊົມເຊີຍບັນດາວິສາຫະກິດ ຫວຽດນາມ, ນັບທັງພາກເອກະຊົນເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ໂມຊຳບິກ, ໃນນັ້ນ ມີບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງຄື: ຂຸດຄົ້ນແຮ່ທາດ “ຖ່ານຫີນ, ອາຍແກັດ”, ການປູກຝັງພືດທັນຍາຫານ, ອຸດສາຫະກຳຍາວນານ.

(ແຫຼ່ງຄັດຈາກ VOV)


ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top