• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂປ​ໂຕ​ເກດ ຊະ​ນະ​ເລີດ​ໃນ​ວັນ​ບຸນ DIFF 2026

ລາຍ​ການ​ສະ​ແດງ​ປະ​ສົມ​ປະ​ສານ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ດົນ​ຕີ ແລະ ແສງ​ສີ​ຂອງ​ທິມ​ໂປ​ໂຕ​ເກດ​ໄດ້​ນຳ​ຜູ້​ຊົມ​ຜ່ານ​ຫຼາຍ​ຄວາມ​ຮູ້​ສຶກ ແຕ່​ຮູ້​ສຶກລົງ​ລຶກ​ໃນ​ໃຈ ຈົນ​ຮອດ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ.
ທ່ານ ເລງອກກວາງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ດ່າ​ນັ້ງ ມອບ​ລາງວັນ​ຊະ​ນະ​ເລີດ​ໃຫ້​ແກ່​ທິມ​ໂປ​ໂຕ​ເກດ (ພາບ: VNA)
ຕອນ​ຄ່ຳ​ວັນ​ທີ 11 ກໍ​ລະ​ກົດ, ວັນ​ບຸນ​ຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ນັ້ງ 2026 (DIFF 2026) ໂດຍ​ນະ​ຄອນ​ດ່າ​ນັ້ງ ປະ​ສານ​ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ Sun Group ຈັດ​ຂຶ້ນ ໄດ້​ດຳ​ເນີນ​ຄ່ຳ​ຄືນ​ຮອບ​ຊີງ​ຊະ​ນະ​ເລີດ​ດ້ວຍ​ຫົວ​ຂໍ້ “ຂອບ​ຟ້າ​ແຫ່ງ​ການ​ເຊື່ອມ​ໂຍງ”. ຄຳ​ຄືນ​ຮອບ​ຊີງ​ຊະ​ນະ​ເລີດ​ແມ່ນ​ລາຍ​ການ​ແຂ່ງ​ຂັນ​ສຸດ​ຍ້ອນ​ລະ​ຫວ່າງ​ສອງ​ທິມ​ຍິງ​ບັ້ງ​ໄຟ​ດອກ Jiangxi Yangfeng Art Display Co., Ltd (ຈີນ) ແລະ Macedos Pirotecnia (ໂປ​ໂຕ​ເກດ). ລາຍ​ການ​ສະ​ແດງ​ປະ​ສົມ​ປະ​ສານ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ດົນ​ຕີ ແລະ ແສງ​ສີ​ຂອງ​ທິມ​ໂປ​ໂຕ​ເກດ​ໄດ້​ນຳ​ຜູ້​ຊົມ​ຜ່ານ​ຫຼາຍ​ຄວາມ​ຮູ້​ສຶກ ແຕ່​ຮູ້​ສຶກລົງ​ລຶກ​ໃນ​ໃຈ ຈົນ​ຮອດ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ. ສິ້ນ​ສຸດ​ຄ່ຳ​ຄືນ​ຊີງ​ຊະ​ນະ​ເລີດ, ຄະ​ນະ​ຈັດ​ຕັ້ງ​ໄດ້​ປະ​ກາດ​ທິມ​ໂປ​ໂຕ​ເກດ​ຊະ​ນະ​ເລີດ​ການ​ແຂ່ງ​ຂັນ DIFF 2026.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ, ການ​ຄ້າ ແລະ ລະ​ບົບ​ສະ​ໜອງ ຫວຽດ​ນາມ - ທະ​ເລ​ແດງ

ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ, ການ​ຄ້າ ແລະ ລະ​ບົບ​ສະ​ໜອງ ຫວຽດ​ນາມ - ທະ​ເລ​ແດງ

ທ່ານ​ ຫງວຽນ​ນາມ​ເຢືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເອຢິບ ຫາ​ກໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ດ້ານ​ການທູດ​​ເສດ​ຖະ​ກິດ​ຢູ່​ແຂວງ ທະ​ເລ​ແດງ​ຂອງ ເອ​ຢິບ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ເອຢິບ.

Top