• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930-3/2/2023), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ພາບປະກອບ: TTXVN

ໂທລະເລກອວຍພອນສະບັບຕ່າງໆລ້ວນແຕ່ເນັ້ນໜັກວ່າໃນຕະຫຼອດໄລຍະ 93 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມ ແລະ ນຳພາພາລະກິດແຫ່ງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ຍາດໄດ້ຜົນງານອັນຍິ່ງໃຫຍ່, ຮອບດ້ານ, ມີຄວາມໝາຍປະຫວັດສາດຫຼາຍຢ່າງ, ປະກອບສ່ວນເຮັດໃຫ້ປະເທດ ຫວຽດນາມ ມີສະຖຽນລະພາບດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໝັ້ນຄົງເຂັ້ມແຂງ, ປະຕິບັດໜ້າທີ່ຄວບຄູ່ໃນການປ້ອງກັນ, ຄວບຄຸມພະຍາດໂຄວິດ - 19 ແລະ ຟື້ນຟູພັດທະນາເສດຖະກິດສັງຄົມ ຢ່າງສຳເລັດຜົນ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນນຳເສດຖະກິດມີການເຕີບໂຕບັນລຸລະດັບສະຖິຕິ, ນຳໜ້າໃນພາກພື້ນ ແລະ ໂລກ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.

ພັກປະຊາຊົນປະຕິວັດ ລາວ ແລະ ພັກປະຊາຊົນ ກຳປູເຈຍ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຢ່າງຖືກຕ້ອງ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top