• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາຄຸນຄ່າປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຜ່ານການ “ໄປທ່ຽວຊົມລະດູບານໃໝ່ມິດຕະພາບ ປີ 2026”

ໃນຂອບເຂດຂອງລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມເຂດວັດທະນະທຳ - ເຂດສັກສິດທີ່ເປັນເອກະລັກສະເພາະຂອງນະຄອນຫຼວງໃນລະດູການງານບຸນ.
  ບັນດາຜູ້ແທນເຂົ້າຮ່ວມລາຍການ (ພາບ: ຄະນະຈັດຕັ້ງ)  

ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ ພ້ອມກັບພັນລະຍາ, ສາມີ 15 ທ່ານ, ພ້ອມກັບພະນັກງານການທູດຢູ່ບັນດາສະຖານທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ໄປທ່ຽວຊົມລະດູບານໃໝ່ມິດຕະພາບ ປີ 2026” ໂດຍສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສົມທົບກັບພະແນກທ່ອງທ່ຽວ ແລະ ຕາແສງ ເຮືອງເຊີນ ຈັດຂຶ້ນໃນວັນທີ 21 ມີນາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຮືອງເຊີນ.

ໃນຂອບເຂດຂອງລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມເຂດວັດທະນະທຳ - ເຂດສັກສິດທີ່ເປັນເອກະລັກສະເພາະຂອງນະຄອນຫຼວງໃນລະດູການງານບຸນ. ຢູ່ທີ່ນີ້, ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບປະຫວັດສາດ - ວັດທະນະທຳ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ປູກຕົ້ນໄມ້ທີ່ລະນຶກ…

ເຂົ້າຮ່ວມເຫດການ, ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ສະແດງຄວາມເຫັນວ່າ ລາຍການນີ້ໄດ້ປະກອບສ່ວນຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວ ຫວຽດນາມ ຢ່າງເລິກເຊິ່ງກວ່າ.

(ແຫຼ່ງຄັດຈາກ VOV)

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ຈຸດ​ສຸມ​ຂອງ​ການ​ປັບ​ປຸງ​ຄັ້ງ​ນີ້​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ພັດ​ທະ​ນາ “​ໜຶ່ງ​ທ້ອງ​ຖິ່ນ ໜຶ່ງ​ຕົວ​ເມືອງ” ໄປ​ຍັງ​ເຄືອ​ຂ່າຍ​ຕົວ​ເມືອງ​ມີ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ, ແລວ​ເສດ​ຖະ​ກິດ ແລະ ເຂດ​ກຳ​ລັງ​ໜູນ​ສວມ​ບົດ​ບາດ​ນຳ​ພາ.

Top